ການເຈລະຈາຍຸດທະສາດຫວຽດນາມ-ອັງກິດຄັ້ງທີ4
(ພາບ: tuoitre.vn)
|
(vovworld) – ວັນທີ 27/2, ທ່ານ ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ ຫວຽດນາມ ບຸ່ຍແທງເຊີນ ແລະ ທ່ານລັດຖະມົນຕີການຕ່າງປະເທດ ອັງກິດ Hugo Swire ໄດ້ເປັນປະທານຮ່ວມການເຈລະຈາຍຸດທະສາດ ຫວຽດນາມ - ອັງກິດຄັ້ງທີ 4 ຢູ່ຮ່າໂນ້ຍ. ການເຈລະຈາຍຸດທະສາດຄັ້ງນີ້ແມ່ນສຸມໃສ່ແລກປ່ຽນບັນດາບັນຫາກ່ຽວຂ້ອງເຖິງການເຊື່ອມໂຍງເຂົ້າກັບເສດຖະກິດໂລກ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ບັນດາບັນຫາທົ່ວໂລກ. ກ່ຽວກັບການເຊື່ອມໂຍງເສດຖະກິດ, 2 ຝ່າຍຢືນຢັນຄືນຄຳໝັ້ນສັນຍາຂອງ 2 ປະເທດສິ້ນສຸດການເຈລະຈາສັນຍາການຄ້າເສລີ (FTA) ລະຫວ່າງ ຫວຽດນາມ ແລະ ອີຢູ ໂດຍໄວ. ເປີດບັນດາກາລະໂອກາດຮ່ວມມືໃໝ່ໃຫ້ແກ່ວິສາຫະກິດ 2 ປະເທດ. 2 ຝ່າຍເຫັນດີຮ່ວມມືໃນການໜູນຊ່ວຍໂຄງການປະຕິຮູບການສຶກສາຂອງລັດຖະບານ ຫວຽດນາມ, ຮ່ວມມືໃນຂົງເຂດຮັບມືກັບການປ່ຽນແປງຂອງດິນຟ້າອາກາດ. ກ່ຽວກັບສະພາບການສາກົນ ແລະ ພາກພື້ນ, 2 ຝ່າຍແບ່ງປັນທັດສະນະຮັກສາສັນຕິພາບ, ສະຖຽນລະພາບ, ຄວາມປອດໄພ, ຄວາມເສລີໃນການເດີນທະເລຢູ່ພາກພື້ນ ແມ່ນຜົນປະໂຫຍດລວມຂອງປະຊາຄົມສາກົນ, 2 ຝ່າຍຊົມເຊີຍການຮ່ວມມືຢ່າງແໜ້ນແຟ້ນໃນການປ້ອງກັນ, ຕ້ານອາດຊະຍາກຳມີການຈັດຕັ້ງ ແລະ ໝັ້ນໝາຍຈະສືບຕໍ່ຮ່ວມມືການເຄື່ອນໄຫວຢ່າງມີປະສິດທິຜົນ. 2 ຝ່າຍແລກປ່ຽນຢ່າງກົງໄປກົງມາກ່ຽວກັບບັນຫາຊຸກຍູ້ ແລະ ປົກປ້ອງສິດທິມະນຸດ.