ການເຈລະຈາລະຫວ່າງລັດຖະມົນຕີການຕ່າງປະເທດຫວຽດນາມ ແລະ ຈີນ
ການເຈລະຈາລະຫວ່າງລັດຖະມົນຕີການຕ່າງປະເທດຫວຽດນາມ
ແລະ ລັດຖະມົນຕີການຕ່າງປະເທດຈີນ
|
Vovworld- ໂດຍຮັບຄຳເຊີນຈາກທ່ານລັດຖະມົນຕີການຕ່າງປະເທດຫວຽດນາມ ຝ້າມບິນມິນ, ທ່ານລັດຖະມົນຕີການຕ່າງປະເທດຈີນຫວາງອີໄດ້ມາຢ້ຽມຢາມຫວຽດນາມຢ່າງເປັນທາງການແຕ່ວັນທີ 3 ຫາ 6/8. ຕອນເຊົ້າວັນທີ 4, ຢູ່ຮ່າໂນ້ຍ, ທ່ານລັດຖະມົນຕີການຕ່າງປະເທດຫວຽດນາມ ຝ້າມບິນມິນ ແລະ ທ່ານ ລັດຖະມົນຕີ ການຕ່າງປະເທດຈີນຫວາງອີ ໄດ້ມີການເຈລະຈາກ່ຽວກັບການພົວພັນລະຫວ່າງ 2 ປະເທດ, ໃນນັ້ນມີບັນດາມາດຕະການຊຸກຍູ້ການປະຕິບັດບັນດາຂໍ້ຕົກລົງທີ່ບັນລຸໄດ້ລະຫວ່າງ 2 ປະເທດໃນໄລຍະທີ່ຜ່ານມາ. ທ່ານລັດຖະມົນຕີ ທັງ 2 ໄດ້ຕີລາຄາສູງບັນດາບາດກ້າວຂະຫຍາຍຕົວໃໝ່ໃນສາຍພົວພັນລະຫວ່າງ 2 ປະເທດ, ເປັນຕົ້ນແມ່ນພາຍຫຼັງການເຈລະຈາທາງໂທລະສັບລະຫວ່າງທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ແລະ ເລຂາທິການໃຫຍ່ພັກກອມມູນິດຈີນ ແລະ ການຢ້ຽມຢາມທາງລັດຖະກິດຈີນຂອງ
ທ່ານປະທານປະເທດຫວຽດນາມເຈືອງເຕິນຊາງໃນໄລຍະທີ່ຜ່ານມາ. ທ່ານລັດຖະມົນຕີ ການຕ່າງປະເທດ ທັງ 2 ໄດ້ເຫັນດີເປັນເອກະສັນຖືວ່າ ເລື່ອງຫວຽດນາມ ແລະ ຈີນເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ ແລະ ການຮ່ວມມືຮອບດ້ານແມ່ນສອດຄ່ອງກັບຜົນປະໂຫຍດພື້ນຖານ ແລະ ຍາວນານຂອງປະຊາຊົນ 2 ປະເທດ. 2 ຝ່າຍຈະເພີ່ມທະວີການແລກປ່ຽນ ແລະ ພົບປະຂັ້ນສູງ, ຊຸກຍູ້ການແລກປ່ຽນມິດຕະພາບ ແລະ ການຮ່ວມມືຮອບດ້ານ. ກ່ຽວກັບບັນຫາຊາຍແດນ, ຜືນແຜ່ນດິນ, 2 ຝ່າຍຕີລາສູງໝາກຜົນຮ່ວມມືລະຫວ່າງ 2 ປະເທດໃນການປະຕິບັດເອກະສານ 3 ສະບັບທີ່ກ່ຽວຂ້ອງເຖິງຊາຍແດນທາງບົກ. ເມື່ອແລກປ່ຽນຄຳເຫັນກ່ຽວກັບບັນຫາທະເລຕາເວັນອອກ, 2 ຝ່າຍຢືນຢັນແກ້ໄຂທຸກຄວາມບໍ່ລົງລອຍກັນໂດຍຜ່ານການເຈລະຈາສັນຕິພາບ, ມິດຕະພາບ, ມິດຕະພາບ, ບໍ່ປະໃຫ້ບັນຫານີ້ສົ່ງຜົນສະທ້ອນເຖິງການພົວພັນລະຫວ່າງ 2 ປະເທດ ກໍຄືສັນຕິພາບ ແລະ ສະຖຽນລະພາບຢູ່ທະເລຕາເວັນອອກ .