ພາບປະກອບ
|
(vovworld) – ໃນບົດລາຍງານແງ່ຫວັງເສດຖະກິດ ຫວຽດນາມ ປີ 2015, ຄະນະກຳມະການຕິດຕາມກວດກາການເງິນແຫ່ງຊາດຄາດຄະເນວ່າ ລະດັບເຕີບໂຕໃນໄຕມາດທີ 1 ປີ 2015 ປະມານ 5,4%, ສູງກ່ວາເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ຈຸດໝາຍເຕີບໂຕຂອງທັງປີແມ່ນ 6,2% ສາມາດເປັນໄປໄດ້. ເມື່ອໄຈ້ແຍກບັນດາປັດໄຈເຕີບໂຕ, ຄະນະກຳມະການຕິດຕາມກວດກາການເງິນແຫ່ງຊາດ ຖືວ່າ: ລະດັບເຕີບໂຕ GDP ຮັກສາທ່າອ່ຽງເພີ່ມຂຶ້ນນັບແຕ່ໄຕມາດທີ 2/ 2014, ຄາດວ່າຈະສືບຕໍ່ຮັກສາລະດັບນີ້ໃນໄຕມາດຕໍ່ໄປ, ຄາດວ່າ, ໄພເງິນເຟີ້ປີ 2015 ຈະສືບຕໍ່ຢູ່ໃນລະດັບຕ່ຳ ຍ້ອນຄວາມດັ່ນລາຄານ້ຳມັນ ແລະ ລາຄາສິນຄ້າໃນໂລກຫລຸດລົງ. ຮອງສາດສະດາຈານ, ດຣ ເຈີ່ນດິ່ງທຽນ, ຫົວໜ້າສະຖານບັນເສດຖະກິດ ຫວຽດນາມ, ຖືວ່າ:
“ພວກເຮົາຕ້ອງຮັບຮູ້ບັນດາບັນຫາໂຄງປະກອບເສດຖະກິດຢ່າງຈະແຈ້ງ. ຕ້ອງຕີລາຄາບັນດາຄວາມຫຍຸ້ງຍາກ ແລະ ຄຸ້ມຄອງຄວາມສ່ຽງຢ່າງຈະແຈ້ງ ແລະ ຈາກນັ້ນຍົກອອກມາມາດຕະການຢ່າງແຮງ. ເວລາຈະມາເຖິງ ພວກເຮົາຈະໃຫ້ຄຳໝັ້ນສັນຍາເຊື່ອມໂຍງຢ່າງແຮງທີ່ສຸດ. ບັນດາຄຳໝັ້ນສັນຍາເຊື່ອມໂຍງໄວຄືແນວນັ້ນ, ໃນເງື່ອນໄຂເສດຖະກິດຍັງຫຍຸ້ງຍາກ, ກຳລັງຄວາມສາມາດໃນພາກພື້ນ ແລະ ພາຍໃນປະເທດຫຍັງອ່ອນຢູ່ຕ້ອງມີບັນດາມາດຕະການແກ້ໄຂຢ່າງແຮງ ແລະ ເດັດຂາດຈຶ່ງປະຕິບັດໄດ້.”