ການແຫ່ຂະບວນປະທ້ວງ ຢູ່ອີຢີບ
(ພາບ:.dangcongsan.vn)
(vovworld)- ວັນທີ 26/7, ຊາວອີຢີບ ນັບລ້ານຄົນໄດ້ເຂົ້າຮ່ວມການແຫ່ຂະບວນປະທ້ວງສະໜັບສະໜູນກອງທັບ ໃນຂະນະທີ່ຊາວມຸດສະລິມນັບແສນຄົນ ກໍ່ໄດ້ລົງຖະໜົນ ສະແດງການສະໜັບສະໜູນປະທານາທິບໍດີ ຜູ້ທີ່ຖືກໂຄ່ນລົ້ມ Mohamed Morsi. ປຊຊ ນັບແສນຄົນໄດ້ເຕົ້າໂຮມກັນຢູ່ສະໜາມຫຼວງ Tahrir ແລະ ທຳນຽບປະທານາທິບໍດີ Ittihadia ກໍ່ຄືໃນຂົວ Kasr El Nil ແລະ ຖະໜົນ Maspero, ຮ້ອງໂຮ່ຄຳຂວັນສະໜັບສະໜູນກອງທັບ ແລະ ຄັດຄ້ານອົງການອ້າຍນ້ອງຊາວມຸດສະລິມ.
ໃນຂະນະນັ້ນ, ຊາວມຸດສະລິມນັບແສນຄົນກໍ່ໄດ້ເຕົ້າໂຮມກັນຢູ່ສະໜາມຫຼວງ Rabaa Al Adawiya ຢູ່ທາງພາກເໜືອນະຄອນຫຼວງກາຍໂຣ ຊື່ງແມ່ນສະຖານທີ່ເຕົ້າໂຮມຂອງຜູ້ສະໜັບສະໜູນປະທານາທິບໍດີຜູ້ທີ່ຖືກໂຄ່ນລົ້ມ Mohamed Morsi ນັບແຕ່ວັນທີ 28/6 ເພື່ອແນໃສ່ຄັດຄ້ານການລັດຖະປະຫານ ແລະ ຮຽກຮ້ອງຟື້ນຟູຕຳແໜ່ງໃຫ້ການນຳທ່ານນີ້. ໃນວັນດຽວກັນ, ການແຫ່ຂະບວນປະທ້ວງຄັ້ງຕ່າງໆຂອງທັງສອງຝ່າຍ ໄດ້ເກີດຂຶ້ນໃນ 21 ໃນຈຳນວນ 27 ແຂວງນະຄອນໃນທົ່ວປະເທດອີຢີບ ໂດຍມີການເຂົ້າຮ່ວມຂອງນັບພັນໆຄົນ.