(vovworld) - ວັນທີ 9/10, ຕຳຫຼວດໄທ ໃຫ້ຮູ້ວ່າ ບັນດາມືປືນທີ່ສົງໄສວ່າແມ່ນພາກສ່ວນມຸດສະລິມຫົວຮຸນແຮງໄດ້ຍິງ 11 ຄົນເສຍຊີວິດ, ໃນນັ້ນມີຕຳຫຼວດເຄື່ອນທີ 3 ຄົນ ແລະ ນີ້ຖືກຖືວ່າ ແມ່ນວັນນອງເລືອດຢູ່ພາກໃຕ້ຂອງໄທ. ແລະ ກໍໃນວັນດຽວກັນ, ກໍຢູ່ແຂວງນີ້ມີພຸດທະສາສະນິກະຊົນ 4 ຄົນຖືກຂ້າຕາຍໃນລະຫວ່າງທາງໄປເຮັດວຽກ. ໃນຂະນະນັ້ນຢູ່, ບັນດາແຂວງອ້ອມຂ້າງແມ່ນ ຢາລາ ແລະ ສົງຂາ, ມີຊາວມຸດສະລິມ 2 ຄົນ ແລະ ສາມັນຊົນ 2 ຄົນກໍຖືກຍິງຕາຍ. ການໃຊ້ຄວາມຮຸນແຮງເກີດຂຶ້ນຢູ່ເຂດທີ່ມີຊາວມຸດສະລິມ ຈຳນວນຫຼວງຫຼາຍດຳລົງຊີວິດຢູ່ພາກໃຕ້ສຸດຂອງໄທ ນັບແຕ່ປີ 2004 ມາຮອດປະຈຸບັນ ໄດ້ເຮັດໃຫ້ 5.300 ຄົນເສຍຊີວິດ. ລັດຖະບານໄທ ໄດ້ດຳເນີນການເຈລະຈາສັນຕິພາບຫຼາຍເທື່ອກັບບັນດາກຸ່ມມຸດສະລິມລຸກຮື້ຂຶ້ນທີ່ທວງເອົາສິດປົກຄອງດ້ວຍຕົນເອງຢູ່ເຂດພາກໃຕ້ນີ້ເທື່ອ, ແຕ່ມາຮອດປະຈຸບັນ ສະພາບໃຊ້ຄວາມຮຸນແຮງຍັງບໍ່ທັນມີສັນຍານຢຸດຕິບັນດາການບຸກໂຈມຕີດ້ວຍປືນ ແລະ ວາງລະເບີດເກືອບຄືວ່າຍັງເກີດຂຶ້ນໃນທຸກວັນ.