ການໃຊ້ຄວາມຮຸນແຮງສືບຕໍ່ເພີ່ມຂື້ນຢູ່ ຊີຣີ

ການໃຊ້ຄວາມຮຸນແຮງສືບຕໍ່ເພີ່ມຂື້ນຢູ່ ຊີຣີ - ảnh 1
ການໃຊ້ຄວາມຮຸນແຮງຢູ່ຊີຣີ

( vovworld ) - ​ວັນ​ທີ 12 ກຸມພາ, ລັດຖະມົນຕີ​ການ​ຕ່າງປະ​ເທດບັນດາ​ປະ​ເທດ ອາຣັບ ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຢູ່​ນະ​ຄອນ​ຫຼວງ ກາຍ​ໂຣ, ​ເພື່ອຕົກລົງ​ບາດ​ກ້າວ​ຕໍ່​ໄປ​​ໃນ​ບັນຫາ ຊີ​ຣີ. ​ເຈົ້າ​ໜ້າ​ທີ່​ຜູ້​ໜື່ງສັງກັດສະ​ຫະພັນ ອາຣັບ ​ໃຫ້​ຮູ້​ວ່າ, ບັນດາ​ລັດຖະມົນຕີ​ສາມາດ​ພິຈາລະນາ​, ​ຮຽກຮ້ອງ​​ນັກ​ສັງ​ເກດ​ການ​ໜ່ວຍ​ໜຶ່ງ ໄປ​ ຊີຣີ ​ເພີ່​ອສືບສວນວ່າ ທ່ານ​ປະທານາທິບໍດີ Assad ​ຈະ​ປະຕິ​ບັດ​ຄຳ​ໝັ້ນ​ສັນຍາຢຸດຕິ​ການ​ໃຊ້​ຄວາມ​ຮຸນ​ແຮງ​ຫຼື​ບໍ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ​, ຊີຣີ ອາດ​ຈະບໍ່​ຮັບຮູ້ ​ໃຫ້​​ນັກ​ສັງ​ເກດ​ການ​ໜ່ວຍໃດ​ເຂົ້າ​ປະ​ເທດ​ນີ້. ນອກ​ນັ້ນບັນ​ດາ​ລັດຖະມົນຕີ​ທີ່ເຂົ້າ​ຮ່ວມ​ກອງ​ປະຊຸມ​ໃນ​ວັນ​ທີ 12/2 ອາດ​ຈະປຶກສາ​ຫາລື​ກ່ຽວ​ກັບ​​ເລື່ອງຮັບ​ຮອງ​ກຳລັງ​ຝ່າຍ​ຄ້ານ​ຕົ້ນ​ຕໍ່ຢູ່​ ຊີຣີ - ສະພາ​ປົກຄອງ​ໄລຍະ​ຂ້ານຜ່ານ ຊີຣີ ຢ່າງ​ເປັນ​ທາງ​ການ, ສິ່ງ​ດັ່ງກ່າວ​ສະ​ແດງ​ໃຫ້​ເຫັນການ​​ສະໜັບສະໜູນ​ຂອງ​ບັນດາ​ປະ​ເທດ ອາຣັບ ທີ່​ມີ​ຕໍ່ຝ່າຍ​ຄ້ານ​ຢູ່ ຊີຣີ.

        ​ໃນ​ຂະນະ​ນັ້ນ, ການ​ໃຊ້​ຄວາມ​ຮຸນ​ແຮງ​ຍັງເພີ່ມ​ຂື້ນຢ່າງ​ລຽນຕິດ​ຢູ່ ຊີຣີ. ພາຍຫຼັງ​ການວາງ​ລະ​ເບີດ​ຢູ່​ນະຄອນ Aleppo ​ເຊິ່ງ​ເຮັດ​ໃຫ້​ນັບ​ຮ້ອຍ​ຄົນ​​ເສຍ​ຊີວິດ​ເມື່ອ​ວັນ​ທີ 10 ກຸມພາ, ວັນ​ທີ 11 ກຸມພາມີ​ເຈົ້າ​ໜ້າ​ທີ່​ກອງທັບ​ ຊີຣີ ​ຖືກ​ລອບ​ສັງຫານ​ຢູ່ ດາ​ມາດ. ການ​ໃຊ້​ຄວາມ​ຮຸນ​ແຮງ​​ເພີ່ມ​ຂຶ້ນເຮັດ​ໃຫ້ຫາ​ງສຽງ​​ວິຕົກ​ກັງວົນຕໍ່ການປະລາໄຊໃນ ບັນດາ​ມາດ​ຕະການ​ພົວພັນ​ຕ່າງປະ​ເທດ ​ຂອງ​ປະຊາ​ຄົມ​ໂລກ​ທີ່​ມີ​ຕໍ່​ບັນຫາ ຊີຣີ​.

ຂ່າວ/ບົດ​ອື່ນ