ັກາລະໂອກາດຢຸດຕິວິກິດການການເມືອງຢູ່ ອີຣັກ
(vovworld) - ວັນທີ 7/2 ລັດຖະມົນຕີ 8 ທ່ານທີ່ຂຶ້ນກັບກຸ່ມ Iraqiya ຊາວ ມຸດສະລີມນິກາຍຊັນນີ ຢູ່ ອີຣັກ ໄດ້ຢຸດຕິວິວັດການປະຕິເສດຄະນະລັດຖະບານຂອງປະເທດນີ້. ຜູ້ນຳ Iraqiya, Hamit An Mutlac ໃຫ້ຮູ້ວ່າ ຄຳຕັດສິນນີ້ຖືກຍົກອອກໃນການປະຊຸມຂອງກຸ່ມນີ້ເມື່ອ ຕອນຄ່ຳວັນທີ 1/2 ຜ່ານມາ. ຕາມນັ້ນແລ້ວ ລັດຖະມົນຕີ ທັງໝົດ ຂອງກຸ່ມນີ້ ຈະກັບຄືນເຂົ້າຮ່ວມວາລະປະຊຸມຂອງລັດຖະບານ. ນີ້ກໍແມ່ນເຈດຕະນາດີຂອງກຸ່ມດັ່ງກ່າວໃນການສ້າງບັນດາກາລະໂອກາດໂອ້ລົມສົນທະນາແຫ່ງຊາດໃນອະນາຄົດຢູ່ ອີຣັກ ເພື່ອຊ່ວຍບັນດາກຸ່ມການເມືອງປະເທດນີ້ ດຳເນີນການພົບປະຄັ້ງຕ່າງໆ ແລະແກ້ໄຂສະພາບບໍ່ມີທາງອອກດ້ານການເມືອງປະຈຸບັນ ຢ່າງວ່ອງໄວ. ໃນຂະນະນັ້ນ ໂຄສົກຂອງທ່ານນາຍົກລັດຖະມົນຕີ Maliki, ທ່ານ Ali Muxauy ໃຫ້ຮູ້ວ່າ: ນາຍົກລັດຖະມົນຕີ ຊົມເຊີຍບັນດາທ່ານລັດຖະມົນຕີໄດ້ກັບຄືນມາປະຕິບັດວຽກງານຂອງລັດຖະບານ./.