ກາລະໂອກາດ,ສິ່ງທ້າທາຍສຳລັບກຸ່ມບໍລິສັດ,ລັດວິສາຫະກິດຕໍ່ຫນ້າສະພາບເຊື່ອມໂຍງເຂົ້າກັບສາກົນ
ທ່ານ ຫງວຽນທ້ຽນເຍີນ, ປະທານ ຄະນະກຳມະການສູນກາງ
ແນວໂຮມປະເທດຊາດ
ພາບ:baomoi.com
|
(vovworld)-ຕອນເຊົ້າວັນທີ 18/10 ຢູ່ ຮ່າໂນ້ຍ, ອົງຄະນະພັກກຸ່ມວິສາຫະກິດສູນກາງໄດ້ຈັດຕັ້ງກອງປະຊຸມຫົວເລື່ອງສະເພາະ “ບັນດາກຸ່ມບໍລິສັດ, ບໍລິສັດໃຫຍ່, ທະນາຄານກຸ່ມວິສາຫະກິດສູນກາງ ເຊື່ອມໂຍງເຂົ້າກັບສາກົນ”. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຫງວຽນທ້ຽນເຍີນ, ປະທານ ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ຢືນຢັນ: ການເຊື່ອມໂຍງເຂົ້າກັບສາກົນ ແມ່ນແຜນນະໂຍບາຍໃຫຍ່ຂອງພັກ, ມີຄວາມໝາຍສຳຄັນສຳລັບອະນາຄົດຂອງປະເທດຊາດ, ສະນັ້ນ ບັນດາກຸ່ມບໍລິສັດ, ບໍລິສັດໃຫຍ່ແຫ່ງລັດ ຄວນນຳນຫ້າ ແລະ ເປັນເຈົ້າການໃນການກໍ່ສ້າງ, ຜັນຂະຫຍາຍຍຸດທະສາດ, ມີບັນດາມາດຕະການໃນການເຊື່ອມໂຍງເຂົ້າກັບສາກົນ. ຕາມທ່ານ ຫງວຽນທ້ຽນເຍີນແລ້ວ, ໃນສະພາບການປະຈຸບັນ ຄວນສືບຕໍ່ມີການໂອ້ລົມສົນທະນາລະຫວ່າງວິສາຫະກິດ ແລະ ບັນດາກະຊວງຂະແຫນງການ, ຜູ້ມີຄວາມຮັບຜິດຊອບ ເພື່ອເຮັດແຈ້ງບັນດາກາລະໂອກາດ, ສິ່ງທ້າທາຍ ເມື່ອເຂົ້າຮ່ວມສັນຍາ TPP ຈາກນັ້ນ ວາງອອກບັນດາມາດຕະການທີ່ມີປະສິດທິຜົນທີ່ສຸດ.