ກອງປະຊຸມຝຶກອົບຮົມກ່ຽວກັບວຽກງານ ຖະແຫຼງຂ່າວ
ພາບ:baoninhbinh.org.vn
|
(vovworld)- ວຽກງານ ຖະແຫຼງຂ່າວ ການຕ່າງປະເທດໃນໄລຍະຈະມາເຖິງຄວນສືບຕໍ່ໂຄສະນາເຜີຍແຜ່ ບັນດາຜົນງານຂອງພາລະກິດປ່ຽນໃໝ່ ແລະ ເຊື່ອມໂຍງເຂົ້າກັບສາກົນຂອງຫວຽດນາມ; ເພີ່ມທະວີການໂຄສະນາຍົກສູງພາບພົດ ແລະ ທີ່ຕັ້ງຂອງຫວຽດນາມໃນເວທີສາກົນ. ນັ້ນແມ່ນຄຳເຫັນຊີ້ນຳຂອງການນຳຄະນະໂຄສະນາສຶກສາສູນກາງ ຢູ່ກອງປະຊຸມຝຶກອົບຮົມກ່ຽວກັບວຽກງານ ຖະແຫຼງຂ່າວ ການຕ່າງປະເທດໃຫ້ແກ່ຖັນແຖວ ນັກຂ່າວ, ບັນນາທິການ, ໂຄສົກ ຢູ່ເຂດພາກກາງ-ໄຕຫງວຽນ ໄດ້ຈັດຂຶ້ນ ວັນທີ 27/10 ທີ່ນະຄອນດານັງ. ທ່ານ ຟ້າມວັນລິງ, ຮອງຫົວໜ້າຄະນະໂຄສະນາສຶກສາສູນກາງ, ຮອງຫົວໜ້າຄະນະປະຈຳຄະນະຊີ້ນຳ ວຽກງານ ຖະແຫຼງຂ່າວ ການຕ່າງປະເທດ, ໃຫ້ຮູ້ວ່າ :
“ວຽກງານສະໜອງຄວາມຮູ້ຂໍ້ມູນຂ່າວສານໃຫ້ແກ່ນັກຂ່າວ, ບັນນາທິການກຳໄດ້ຂໍ້ມູນຂ່າວສານທີ່ຈຳເປັນ ເພື່ອປະຕິບັດວຽກງານຖະແຫຼງຂ່າວການຕ່າງປະເທດ ນັ້ນແມ່ນໜ້າທີ່ສຳຄັນທີ່ກອງປະຊຸມຄັ້ງນີ້. ບັນດາຄວາມຮູ້ກ່ຽວກັບອະທິປະໄຕ ທັດສະນະ ກົດໝາຍ ແລະ ການຕໍ່ສູ້, ປະຕິເສດ ບັນດາທັດສະນະທີ່ຜິດພາດເປັນປໍລະປັກແມ່ນເນື້ອໃນໄດ້ຮັບການກະກຽມລອບຄອບທີ່ຖ້ວນ”