ກ່ຳປັ່ນກອງທັບເຮືອສ.ເກົາຫຼີ ຢ້ຽມຢາມນະຄອນດ່ານັ້ງ

(VOVWORLD) -ຕອນເຊົ້າວັນທີ 07 ກັນຍາ, ກ່ຳປັ່ນຂັບໄລ່ Moon The Great ພ້ອມທັງກ່ຳປັ່ນໜູນຊ່ວຍພະລາທິການ ROKS Hwacheon ຂອງກອງທັບເຮືອ ສ.ເກົາຫຼີ ໄດ້ເຂົ້າທຽບທ່າ ແລະ ເລີ່ມຕົ້ນການຢ້ຽມຢາມນະຄອນດ່ານັ້ງ ໃນລະຫວ່າງວັນທີ 07 – 09 ກັນຍາ.

ກ່ຳປັ່ນກອງທັບເຮືອສ.ເກົາຫຼີ ຢ້ຽມຢາມນະຄອນດ່ານັ້ງ - ảnh 1 ພິທີຕ້ອນຮັບຜູ້ບັນຊາກ່ຳປັ່ນສ.ເກົາຫຼີ

(ພາບ: TTXVN)

ນີ້ແມ່ນຄັ້ງທຳອິດໃນປີ 2019 ທີ່ກ່ຳປັ່ນກອງທັບເຮືອຂອງສ.ເກົາຫຼີ ມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການ. ການຢ້ຽມຢາມຂອງກ່ຳປັ່ນສ.ເກົາຫຼີ 2 ລຳດັ່ງກ່າວ ຖືກດຳເນີນໃນສະພາບທີ່ການພົວພັນລະຫວ່າງ 2 ປະເທດເວົ້າລວມ ແລະ ການພົວພັນດ້ານປ້ອງກັນຊາດເວົ້າສະເພາະໄດ້ຮັບການປັບປຸງ, ເພີ່ມທະວີຢ່າງບໍ່ຢຸດຢັ້ງ. ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວລະອຽດເພື່ອແນໃສ່ຜັນຂະຫຍາຍບັນດາເນື້ອໃນຂໍ້ຕົກລົງລະຫວ່າງການນຳຂັ້ນສູງຂອງ 2 ລັດ ແລະ ກະຊວງປ້ອງກັນປະເທດ 2 ປະເທດ.

        ໃນໄລຍະຢູ່ຢ້ຽມຢາມ, ກຸ່ມຜູ້ບັນຊາກ່ຳປັ່ນສ.ເກົາຫຼີ ໄດ້ເຂົ້າຢ້ຽມຂ່ຳນັບການນຳຄະນະກຳມະການປະຊາຊົນນະຄອນດ່ານັ້ງ, ກອງບັນຊາການກອງທັບເຮືອເຂດ 3, ເຂົ້າຮ່ວມການສະແດງວັດທະນະທຳ - ສິລະປະ ແລະ ຢ້ຽມຢາມທັດສະນີຍະພາບບາງແຫ່ງຢູ່ນະຄອນດ່ານັ້ງ…

ຕອບກັບ

ຂ່າວ/ບົດ​ອື່ນ