ກ່ຳປັ່ນຊາວໜຸ່ມອາຊີຕາເວັນອອກສ່ຽງໃຕ້-ຍີ່ປຸ່ນ2015ເດີນທາງອອກຈາກຫວຽດນາມ

ກ່ຳປັ່ນຊາວໜຸ່ມອາຊີຕາເວັນອອກສ່ຽງໃຕ້-ຍີ່ປຸ່ນ2015ເດີນທາງອອກຈາກຫວຽດນາມ - ảnh 1
ກ່ຳປັ່ນຊາວໜຸ່ມອາຊີຕາເວັນອອກສ່ຽງໃຕ້-ຍີ່ປຸ່ນ2015
ເດີນທາງອອກຈາກຫວຽດນາມ
(ພາບ​ອີນ​ເຕີິ​ແນັດ)


(vovworld) – ຕອນ​ບ່າຍ​ວັນ​ທີ 21/11, ພິ​ທີ​ອຳ​ລາ​ກ່ຳ​ປັ່ນ​ຊາວ​ໜຸ່ມ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ​- ຍີ່​ປຸ່ນ 2015 ​ໄດ້​ດຳ​ເນີນ​ຢູ່​ທ່າ​ກ່ຳ​ປັ່ນ ກ໋​າດ​ລ໋​າຍ, ນະ​ຄອນ​ໂຮ່​ຈິ​ມິນ. ກ່ຳ​ປັ່ນ Nippon Maru ​ໂດຍ​ສານ​ຜູ້​ແທນ​ຊາວ​ໜຸ່ມ​ຍີ່​ປຸ່ນ ແລະ 10 ປະ​ເທດ​ອາ​ຊີ​ຕາ​ເວັນ​ອອ​ກ​ສ່ຽງ​ໃຕ້ 329 ຄົນ ​ມາພົບ​ປະ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ​ຢູ່​ນ​ະ​ຄອນ​ໂຮ່​ຈິ​ມິນ, ໃນ​ລະ​ຫວ່າງວັນ​ທີ 17 – 21/11. ​ໃນ​ໄລ​ຍະ​ຢູ່​ຢ້ຽມ​ຢາມ, ​ບັນ​ດາຜູ້​ແທນ​ໄດ້​ໄປ​ຢ້ຽມ​ຢາມເຂດ​ປູ​ຊ​ະ​ນີ​ຍະ​ສະ​ຖານ​ປະ​ຫວັດ​ສາດ, ວັດ​ທະ​ນະ​ທຳ​ຫຼາຍ​ຢ່າງ; ເຂົ້າ​ຮ່ວມ​ການ​ຄົ້ນ​ຄ້​ວາ​ວິ​ທ​ະ​ຍາ​ສາດ ແລະ ​ບັນ​ດາ​ເວ​ທີ​ປາ​ໄສສຳ​ລັບ​ໄວ​ໜຸ່ມ… ຄຽງ​ຂ້າງນັ້ນ, ບັນ​ດາ​ຜູ້​ແທນ​ຍັງ​ມີ​ເວ​ລາ 2 ວັນ​ເພື່ອ​ເຂົ້າ​ຮ່ວມ​ລາຍ​ການ​ພັກ​ອາ​ໄສ​​ຢູ່ກັບ​ຄອບ​ຄົວ​ປະ​ຊາ​ຊົນ ເພື່ອ​ຊອກ​ຮູ້​ກ່ຽວ​ກັບ​ບັນ​ດາ​ຈຸດ​ວັດ​ທະ​ນະ​ທຳ​ທີ່​ເປັນ​ມ​ູນ​ເຊື້ອ​ຂອງ​ຊາວ​ຫວຽດ​ນາມ​. ອ້າຍ ວໍ​ຣະ​ຈັດ, ຜູ້​ແທນ​ມາ​ຈາກ​ປະ​ເທດ​ໄທ ໃຫ້​ຮູ້​ວ່າ.

      “ນີ້​ແມ່ນ​ສະ​ຖານ​ທີ່​ຂ້າ​ພະ​ເຈົ້າ​ມັກ​ທີ່​ສຸດ. ຂ້າ​ພະ​ເຈົ້າ​ຈ​ື່​ທຸກ​ສິ່ງ​ທຸດ​ຢ່າງ​ທີ່​ກ່ຽວ​ຂ້ອ​ງ​ເຖິງ​ປະ​ຊາ​ຊົນ​ຢູ່​ທີ່ນີ້. ​ປະ​ຊາ​ຊົນຢູ່​ທີ່​ນີ້​ເປັນ​ຄົນ​ໃຈ​ບຸນ, ຮັກ​ແພງ​ແຂກ​ຄົນ, ບັນ​ດາ​ອາ​ຫານ​ພື້ນ​ເມືອງ​​ທີ່ເປັນ​ເອ​ກະ​ລັກ​ສະ​ເພາະຢູ່ນີ້​ເຮັດ​ໃຫ້​ຂ້າ​ພະ​ເຂົ້າ​ບໍ່​ສາ​ມາດ​ຫຼົງ​ລືມ​ໄດ້”.

ຂ່າວ/ບົດ​ອື່ນ