ກຳປັ່ນຕຳຫຼວດທະເລຍີ່ປຸ່ນຢ້ຽມຢາມນະຄອນດ່ານັ້ງ
ແທ່ງລອງ,ນັກຂ່າວVOVພາກກາງ -  
ກຳປັ່ນຕຳຫຼວດທະເລຍີ່ປຸ່ນຢ້ຽມຢາມນະຄອນດ່ານັ້ງ
|
(vovworld) – ແຕ່ວັນທີ 10 – 14/5, ກຳປັ່ນລາດຕາເວນຂອງກຳລັງປ້ອງກັນຝັ່ງທະເລ ຍີ່ປຸ່ນ - JCGS Yashima ພ້ອມກັບຄະນະລູກເຮືອ 59 ຄົນໂດຍພັນເອກ Akihiro Hirano ເປັນຫົວໜ້າຄະນະໄດ້ມາຢ້ຽມຢາມນະຄອນ ດ່ານັ້ງ. ນີ້ແມ່ນການຢ້ຽມຢາມ ຫວຽດນາມ ຄັ້ງທີ 3 ຂອງກຳລັງປ້ອງກັນຝັ່ງທະເລ ຍີ່ປຸ່ນ. ໃນເວລາ 5 ວັນ, ກັບຕັນເຮືອ ແລະ ລູກເຮືອ ຍີ່ປຸ່ນ ເຂົ້າຢ້ຽມຂ່ຳນັບການນຳນະຄອນ ດ່ານັ້ງ, ຢ້ຽມຢາມກອງບັນຊາການຕຳຫຼວດທະເລ ຫວຽດນາມ ແລະ ສູນຊອກຫາກູ້ໄພກູ້ຊີບເຂດ 2 ຢູ່ນະຄອນ ດ່ານັ້ງ. ນອກຈາກນັ້ນ, ກຳລັງຕຳຫຼວດ 2 ປະເທດຈະພ້ອມກັນແລກປ່ຽນບົດຮຽນກ່ຽວກັບການປ້ອງກັນ, ຕ້ານໂຈນສະລັດ ແລະ ຝຶກຊ້ອມລວມກ່ຽວກັບການຊອກຫາກູ້ໄພກູ້ຊີບບົນທະເລ…
ແທ່ງລອງ,ນັກຂ່າວVOVພາກກາງ