ກຳປູເຈຍສືບຕໍ່ຈັດສົ່ງພົນທະຫານເຖິງລີບານເຂົ້າຮ່ວມກຳລັງຮັກສາສັນຕິພາບສປຊ

ກຳປູເຈຍສືບຕໍ່ຈັດສົ່ງພົນທະຫານເຖິງລີບານເຂົ້າຮ່ວມກຳລັງຮັກສາສັນຕິພາບສປຊ - ảnh 1
(ພາບ​ປະ​ກອບ: THX/TTXVN)

(vovworld) –​ ວັນ​ທີ 02/01, ກຳ​ປູ​ເຈຍ ໄດ້​ຈັດ​ສົ່ງ​ກຸ່ມ​ທີ 6 ລວມ​ມີພົນ​ທະ​ຫານ 184 ຄົນ​ໄປລີ​ບານ ເພື່ອ​ປ່ຽນ​ແທນ​ໃຫ້​ກຸ່ມ​ທີ 5 ຂອງ​ປະ​ເທດນີ້, ກຳ​ລັງ​ນີ້​ໄດ້​ສິ້ນ​ສຸດ​ພາ​ລະ​ໜ້າ​ທີ່​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ​ຂອງ​ສະ​ຫະ​ປະ​ຊາ​ຊາດ (ສ​ປ​ຊ) ເປັນ​ເວ​ລາ 1 ປີ​ຢູ່​ລີ​ບານ. ບັນ​ດາ​ພົນ​ທະ​ຫານ​ກຳ​ປູ​ເຈ​ຍ ຈະ​ປະ​ຕິ​ບັດ​​ໜ້າ​ທີ່​ເກັບ​ກູ​ເລະ​ເບີດບໍ່​ທັນ​ແຕກ, ກໍ່​ສ້າງ​ຂົວ ແລະ ທາງ, ​ສ້າງຄ​້າຍ​ພັກ​ຊົ່ວ​ຄ​າວ ແລະ ບັນ​ດາປ້ອມ​ປ້ອງ​ກັນ, ພ​້ອມ​ທັງ​ປິ່ນ​ປົ່ວ​ພະ​ຍາດ​ໃຫ້​ປະ​ຊາ​ຊົນ​ລີ​ບານ.

      ເລື່ອງ​ກຳ​ປູ​ເຈຍ ຈັດ​ສົ່ງ​ກຸ່ມ​ພົນ​ທະ​ຫານ​ທີ 6 ເຖິງ​ລີ​ບານ ແມ່ນ​ເຫດ​ການ​ທີ່ເປັນ​ຂີດ​ໝາຍ 10 ​ປີ​ທີ່ກຳ​ປູ​ເຈຍ​ ຈັດ​ສົ່ງ​​ກຳ​ລັງ​ປົກ​ປັກ​ຮັ​ກ​ສາ​ສັ​ນ​ຕິ​ພາບ​ເຖິງ​ບັນ​ດາ​ປະ​ເທດ​ພວມ​ຖືກ​ສົງ​ຄາມ​ທຳ​ລ​າຍ. ນັບ​ແຕ່​ປີ 2006, ກຳ​ປູ​ເຈຍ ໄດ້​ຈັດ​ສົ່ງ​ພົນ​ທະ​ຫານກວ່າ 3.370 ຄົນເຂົ້າ​ຮ່ວມ​ບັນ​ດາ​ການ​ເຄື່ອນ​ໄຫວ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ​ຂອງສະ​ຫະ​ປະ​ຊາ​ຊາດ​ຢູ່ ຊູ​ດັງ, ຊູ​ດັງ​ໃຕ້, ສ.ອາ​ຟະ​ລິ​ກາ​ກາງ, ລີ​ບານ…

ຂ່າວ/ບົດ​ອື່ນ