ກຳປູເຈຍສະຫຼຸບ10ປີແຫ່ງວັນເຂົ້າຮ່ວມກຳລັງຮັກສາສັນຕິພາບສປຊ
ກຳປູເຈຍສະຫຼຸບ10ປີແຫ່ງວັນເຂົ້າຮ່ວມກຳລັງຮັກສາສັນຕິພາບສປຊ
(ພາບ: Vietnam+)
(vovworld) – ວັນທີ 01/03, ຢູ່ນະຄອນຫຼວງພະນົມເປັນ, ປະເທດກຳປູເຈຍ ໄດ້ຈັດພິທີສະຫຼຸບ 10 ແຫ່ງການເຂົ້າຮ່ວມກຳລັງຮັກສາສັນຕິພາບສະຫະປະຊາຊາດ ແລະ ຢືນຢັນວ່າຈະສືບຕໍ່ຈັດສົ່ງທະຫານເຂົ້າຮ່ວມກຳລັງນີ້ໃນອະນາຄົດ. ກ່າວຄຳເຫັນທີ່ພິທີ, ທ່ານນາຍົກລັດຖະມົນຕີກຳປູເຈຍ Hun Sen ຢືນຢັນວ່າ, ໃນ 10 ປີຜ່ານມາ, ບັນດາພົນທະຫານກຳປູເຈຍ ເຂົ້າຮ່ວມກຳລັງຮັກສາສັນຕິພາບສະຫະປະຊາຊາດໄດ້ປະຕິບັດສຳເລັດບັນດາໜ້າທີ່ເກັບກູ້ລະເບີດ, ກໍ່ສ້າງພື້ນຖານໂຄງລ່າງ, ສາທາລະນະສຸກ ແລະ ໄດ້ຮັບການຕີລາຄາສູງຈາກປະຊາຄົມສາກົນ ກ່ຽວກັບບັນດາການປະກອບສ່ວນຮັກສາສັນຕິພາບຂອງໂລກ. ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ Hun Sen ກໍສະແດງຄວາມຂອບອົກຂອບໃຈຫວຽດນາມ, ໄທ ໄດ້ຊ່ວຍເຫຼືອ ສອນພາສາຕ່າງປະເທດໃຫ້ກຳລັງນີ້, ກໍຄືການໜູນຊ່ວຍຂອງອາເມລິກາ ແລະ ບາງປະເທດອື່ນ ທີ່ໄດ້ຊ່ວຍຝຶກອົບຮົບກອງທັບກຳປູເຈຍ ປະຕິບັດບັນດາໜ້າທີ່ຮັກສາສັນຕິພາບສະຫະປະຊາຊາດ.