ກຳປູເຈຍເຜີຍແຜ່ ແຜນທີ່ແບ່ງກຳນົດຊາຍແດນກັບຫວຽດນາມ
ທ່ານນາຍົກລັດຖະມົນຕີກຳປູເຈຍ ຮຸນແຊນ |
(vovworld)- ໃນການປະຊຸມລັດຖະບານ ເມື່ອວັນທີ 9/10, ທ່ານນາຍົກລັດຖະມົນຕີກຳປູເຈຍ ຮຸນແຊນ ໄດ້ຊີ້ນຳບັນດາຂະແໜງການທີ່ກ່ຽວຂ້ອງຂອງປະເທດນີ້ ເຜີຍແຜ່ເຖິງທຸກໆຄົນກ່ຽວກັບແຜນທີ່ແບ່ງກຳນົດຊາຍແດນກັບຫວຽດນາມ. ທ່ານນາຍົກລັດຖະມົນຕີກຳປູເຈຍ ຮຸນແຊນ ເນັ້ນໜັກວ່າ ບັນດາເອກະສານທີ່ກ່ຽວຂ້ອງເຖິງແຜນທີ່ແບ່ງກຳນົດຊາຍແດນກັບຫວຽດນາມ ບໍ່ພຽງແຕ່ແມ່ນຫຼັກຖານຕົວຈິງໂດຍກະສັດ ແລະ ສະພາແຫ່ງຊາດກຳປູເຈຍໃຫ້ສັດຕະຍາບັນເທົ່ານັ້ນ, ຫາກຍັງແມ່ນພະຍານຫຼັກຖານປະຫວັດສາດໃນການຄົ້ນຄ້ວາວິທະຍາສາດກ່ຽວກັບຜືນແຜ່ນດິນແຫ່ງຊາດອີກດ້ວຍ. ຕາມການນຳກຳປູເຈຍແລ້ວ, ເອກະສານນີ້ ຍັງຢັ້ງຢືນຄວາມກະຈ່າງແຈ້ງ, ເຂັ້ມງວດ ແລະ ມີຄວາມຮັບຜິດຊອບຢ່າງສູງຂອງພັກປະຊາຊົນກຳປູເຈຍໃນການປັກປັກຮັກສາອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ ແລະ ອະທິປະໄຕຂອງປະເທດຊາດກຳປູເຈຍ, ທັບມ້າງບັນດາຄຳກ່າວຫາທີ່ໄຮ້ຍຸດຕິທຳ ແລະ ຜິດພາດວ່າ ພັກປະຊາຊົນກຳປູເຈຍ ແລະ ທ່ານນາຍົກລັດຖະມົນຕີກຳປູເຈຍ ຮຸນແຊນ ໄດ້ຂາຍດິນໃຫ້ແກ່ຫວຽມນາມ.