ການໂອ້ລົມສົນທະນາຈັດຕັ້ງໃນວັນທີ 20 - 21/6
(ພາບ: ປະຕູຖານຂໍ້ມູນຂ່າວສານຂອງແຂວງ ເທື່ອທຽນເຫ້ວ)
(vovworld)- ໃນລະຫວ່າງວັນທີ 20-21/6, ຢູ່ນະຄອນເຫ້ວ, ກຳມາທິການປ້ອງກັນຊາດປ້ອງກັນຄວາມສະຫງົບ ຂອງສະພາແຫ່ງຊາດຫວຽດນາມ ໄດ້ຈັດການໂອລົມສົນທະນາ ກ່ຽວກັບບັນດາຮ່າງກົດໝາຍເຊັ່ນ: ກົດໝາຍວ່າດ້ວຍກຳລັງອາລັກຂາ, ກົດໝາຍວ່າຕຳຫຼວດຂັ້ນຕາແສງ; ກົດໝາຍວ່າດ້ວຍການຄຸ້ມຄອງ, ນຳໃຊ້ອາວຸດ, ວັດຖຸລະເບີດ ແລະ ເຄື່ອງມືໜູນຊ່ວຍ. ທີ່ການໂອ້ລົມສົນທະນາ, ບັນດາຜູ້ແທນໄດ້ສາຫາລື ກ່ຽວກັບຂອບເຂດການປັບປຸງ ກົດໝາຍວ່າດ້ວຍກຳລັງອາລັກຂາ ແລະ ເປັນຕົ້ນແມ່ນເປົ້າໝາຍອາລັກຂາ; ບັນດາການກະທຳທີ່ຖືກຫ້າມ; ລະບອບນະໂຍບາຍສຳລັບອົງການ, ສຳນັກງານ, ສ່ວນບຸກຄົນ ເຂົ້າຮ່ວມສົມທົບ; ນະໂຍບາຍຂອງລັດ ໃນການສ້າງກຳລັງອາລັກຂາ; ສິດ ແລະ ຄວາມຮັບຜິດຊອບ ຂອງເປົ້າໝາຍອາລັກຂາ… ບັນດາຄຳເຫັນຕີລາຄາ, ພິຈາລະນາ, ປະກອບຄຳເຫັນ ໃສ່ບັນດາຮ່າງກົດໝາຍທີ່ຍົກມາຂ້າງເທິງເປັນພື້ນຖານ, ບ່ອນອ້າງອີງ ເພື່ອໃຫ້ກຳມາທິການປ້ອງກັນຊາດປ້ອງກັນຄວາມສະຫງົບ ຂອງສະພາແຫ່ງຊາດ ແລະ ບັນດາອົງການມີໜ້າທີ່ຮັບຜິດຊອບ ສືບຕໍ່ຄົ້ນຄ້ວາ, ເພີ່ມເຕີມສ້າງໃຫ້ສົມບູນແບບ, ຍື່ນສະເໜີຕໍ່ສະພາແຫ່ງຊາດຮັບຮອງເອົາ ໃນກອງປະຊຸມຄັ້ງຂທີ່ຈະມາເຖິງ.