ກຳລັງກອງທັບເຮືອອີຢີບແລະກອງທັບອາກາດອີຢີບແລະເກຼັກຈັດການຊ້ອມຮົບຮ່ວມ
(ພາບປະກອບ: AFP/TTXVN)
(vovworld) - ວັນທີ 07/12, ບັນດາກຳລັງກອງທັບເຮືອ ແລະ ກອງທັບອາກາດ ຂອງອີຢີບໄດ້ເດີນທາງເຖິງເກຼັກ ເພື່ອເຂົ້າຮ່ວມການຊ້ອມຮົບຮ່ວມກອງທັບ 2 ປະເທດທີ່ມີຊື່ວ່າ Meidoza 2015. ຄາດຄະເນວ່າ, ການຊ້ອມຮົບຈະແກ່ຍາວເປັນເວລາຫຼາຍວັນ, ດ້ວຍເນື້ອໃນການຊ້ອມຮົບແມ່ນ ຮັບມືກັບການຄຸ້ມຄອງສູ້ຮົບທາງອາກາດ ແລະ ສະກັດກັ້ນການເຄື່ອນໄຫວຄ້າເຖື່ອນ, ໂຈນສະລັດ ແລະ ການອົບພະຍົບທີ່ຜິດກົດໝາຍ. ການຊ້ອມຮົບຖືກດຳເນີນໃນສະພາບທີ່ປະທານາທິບໍດີອີຢີບ Fattah Al Sisi ໄປຢ້ຽມຢາມນະຄອນຫຼວງ Athens ຂອງເກຼັກ, ເພື່ອເຂົ້າຮ່ວມກອງປະຊຸມສຸດຍອດຄັ້ງທີ 3 ລະຫວ່າງເກຼັກ, ໄຊປັດ ແລະ ອີຢິບ ແນໃສ່ຊຸກຍູ້ການຕໍ່ສູ້ຕ້ານກໍ່ການຮ້າຍໃນພາກພື້ນ.