ທ່ານລັດຖະມົນຕີ ກະຊວງຕຳຫຼວດຫວຽດນາມ ເຈີນດ້າຍກວາງ |
(vovworld)- ຕອນບ່າຍວັນທີ 24/1, ກະຊວງຕຳຫຼວດຫວຽດນາມໄດ້ໂຮມປະຊຸມ, ຕີລາຄາວຽກງານວຽກງານຕໍ່ສູ້, ປ້ອງກັນ ແລະ ຕ້ານອາດຊະຍາກຳ, ປ້ອງກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍເດືອນ 1/2015 ແລະ ຜັນຂະຫຍາຍວຽກງານ ປ້ອງກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ, ຮັບໃຊ້ປະຊາຊົນຕ້ອນຮັບບຸນປີໃໝ່ປະຈຳຊາດ. ກ່າວຄຳເຫັນຢູ່ທີ່ນິ້ີ້, ທ່ານລັດຖະມົນຕີ ກະຊວງຕຳຫຼວດຫວຽດນາມ ເຈີນດ້າຍກວາງ ເນັ້ນໜັກວ່າ ບຸນປີໃໝ່ປະຈຳຊາດໃກ້ຈະມາເຖິງ, ດັ່ງນັ້ນ ສະພາບການປ້ອງກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຈະສັບສົນກວ່າ, ທ່ານໄດ້ຮຽກຮ້ອງກຳລັງຕຳຫຼວດຈົ່ງສຸມກຳລັງ, ເສີມຂະຫຍາຍທ່າແຮງສັງລວມ, ເປັນເຈົ້າການສະກັດກັ້ນກົນອຸບາຍຫວັງມ້າງເພທຳລາຍຂອງບັນດາອິດທິກຳລັງທີ່ເປັນປໍລະປັກ ແລະ ອາດຊະຍາກຳທຸກປະເພດ ເພື່ອຮັບປະກັນຄວາມປອດໄພໃຫ້ປະຊາຊົນໄດ້ຕ້ອນຮັບບຸນປີໃໝ່ປະຈຳຊາດຢ່າງເບີກບານມ່ວນຊື່ນ.