ທ່ານ Alexander Zakharchenko ຜູ້ຂະໜານນາມເປັນນາຍົກລັດຖະມົນຕີແຫ່ງ ສ. ປ. Doneska
(ພາບ: reuters)
|
(vovworld)- ກຳລັງຝ້າຍຄ້ານຢູແກຼນໃຫ້ຮູ້ເມື່ອວັນທີ 9/8 ວ່າ ໄດ້ກຽມພ້ອມ ໃຫ້ແກ່ຄຳສັ່ງຢຸດຍິງກັບ ກອງທັບລັດຖະບານແນໃສ່ສະກັດກັ້ນໂສກນາດຕະກຳມະນຸດສະທຳພວມແຜ່ລາມອອກສູ່ວົງກ້ວາງ. ຄຳຖະແຫຼງຖືກຍົກອອກມາໃນ ຂະນະທີ່ກອງທັບລັດຖະບານຢູແກຼນພວມຍາດໄດ້ທ່າຊະນະໃດໜຶ່ງບົນສະໜາມ ຮົບພາກຕາເວັນອອກ. ທ່ານ Alexander Zakharchenko ຜູ້ຂະໜານນາມເປັນນາຍົກລັດຖະມົນຕີແຫ່ງ ສ. ປ. Doneska ໃຫ້ຮູ້ວ່າ ນະຄອນສູນກາງອຸດສາຫະກຳຂອງ ກຳລັງຝ້າຍຄ້ານຢູແກຼນຍາມໃດກໍກຽມພ້ອມປ້ອງກັນນະຄອນນີ້. ກ່ອນໜ້ານັ້ນ, ລັດຖະບານຢູແກຼນຍັງຖະແຫຼງວ່າ ພ້ອມແລ້ວຈະຢຸດຍິງ ດ້ວຍເງື່ອນໄຂ ກຳລັງຝ້າຍຄ້ານຕ້ອງຍອມຈຳນົນ ແລະ ວາງອາວຸດ.