ຂົນຂວາຍສະສົມວັດຖຸທີ່ລະນຶກ-ເອກະສານຂອງນັກຮົບເກົ່າຫວຽດນາມແລະອາເມລິກາ

(VOVWORLD) -ໃນຊຸມປີຜ່ານມາ, ໄດ້ມີວັດຖຸທີ່ລະນຶກ, ເອກະສານອັນລ້ຳຄ່ານັບພັນຢ່າງມີຄຸນຄ່າມະນຸດສະທຳ, ສັກກະລະບູຊາທີ່ກ່ຽວຂ້ອງເຖິງບັນດານັກຮົບເກົ່າ ຫວຽດນາມ ເຊິ່ງບັນດາມະຫານຜ່ານເສິກ ອາເມລິກາ ມອບຄືນໃຫ້ບັນດາຫໍພິພິທະພັນຂອງຫວຽດນາມ

ຂົນຂວາຍສະສົມວັດຖຸທີ່ລະນຶກ-ເອກະສານຂອງນັກຮົບເກົ່າຫວຽດນາມແລະອາເມລິກາ - ảnh 1ຂົນຂວາຍສະສົມວັດຖຸທີ່ລະນຶກ-ເອກະສານຂອງນັກຮົບເກົ່າຫວຽດນາມແລະອາເມລິກາ

(ພາບ: baotintuc.vn)

ວັນທີ 12 ກໍລະກົດ, ຢູ່ຮ່າໂນ້ຍ, ໄດ້ດຳເນີນພິທີເປີດຕົວປຶ້ມ “ນັກບິນອາເມລິກາ ຢູ່ຫວຽດນາມ” ດ້ວຍພາສາອັງກິດ (American Pilots in Vietnam); ຂົນຂວາຍການສະສົມວັດຖຸທີ່ລະນຶກ, ເອກະສານທີ່ກ່ຽວຂ້ອງເຖິງບັນດານັກຮົບເກົ່າຫວຽດນາມ ແລະ ອາເມລິກາ; ພົບປະກັບຕົວພະຍານຫຼັກຖານປະຫວັດສາດໃນປາງສົງຄາມ. ເນື່ອງໃນໂອກາດສະເຫຼີມສະຫຼອງ 24 ປີແຫ່ງວັນຫັນສາຍພົວພັນທາງການທູດລະຫວ່າງຫວຽດນາມ - ອາເມລິກາ ເປັນປົກກະຕິ (12 ກໍລະກົດ 1995 – 12 ກໍລະກົດ 2019); ສະເຫຼີມສະຫຼອງ 75 ປີປະຫວັດສາດແຫ່ງການພົວພັນລະຫວ່າງຫວຽດນາມ - ອາເມລິກາ ໂດຍທ່ານປະທານໂຮ່ຈິມິນ ປຸກລະດົມ (1944 - 2019).

        ຕາມຄະນະຈັດຕັ້ງແລ້ວ, ໃນຊຸມປີຜ່ານມາ, ໄດ້ມີວັດຖຸທີ່ລະນຶກ, ເອກະສານອັນລ້ຳຄ່ານັບພັນຢ່າງມີຄຸນຄ່າມະນຸດສະທຳ, ສັກກະລະບູຊາທີ່ກ່ຽວຂ້ອງເຖິງບັນດານັກຮົບເກົ່າ ຫວຽດນາມ ເຊິ່ງບັນດາມະຫານຜ່ານເສິກ ອາເມລິກາ ມອບຄືນໃຫ້ບັນດາຫໍພິພິທະພັນຂອງຫວຽດນາມ ແລະ ຍາດຕິພີ່ນ້ອງຄອບຄົວຂອງບັນດານັກຮົບເສຍສະຫຼະຊີວິດເພື່ອຊາດຢູ່ທົ່ວທຸກທ້ອງຖິ່ນ, ແຂວງ, ນະຄອນໃນທົ່ວປະເທດ… ບັ້ນຂົນຂວາຍຄັ້ງນີ້ໄດ້ຮັບການປຸກລະດົມດ້ວຍຄວາມຫວັງວ່າ ຢາກປະກອບສ່ວນຮ່ວມແຮງຮ່ວມໃຈຮຳບາດແຜພາຍຫຼັງສົງຄາມ, ເພື່ອໃຫ້ມີຊີວິດອັນດີງາມກວ່າໃຫ້ແກ່ບັນດາຜູ້ທີ່ຍັງມີຄວາມເຈັບປວດພາຍຫຼັງສົງຄາມ.

ຕອບກັບ

ຂ່າວ/ບົດ​ອື່ນ