ຕາມນັກຂ່າວວິທະຍຸກະຈາຍສຽງຫວຽດນາມປະຈຳ ອາເມລິກາແລ້ວ, ວັນທີ 12/12, ຜູ້ແຫ່ຂະບວນປະທ້ວງທີ່ຕອບສະໜອງຂະບວນການ ຢຶດເອົາ Wall street ນັບຮ້ອຍໆຄົນ ໄດ້ເຂົ້າຮ່ວມການແຫ່ຂະບວນປະທ້ວງຢູ່ລຽບຕາມຖະໜົນ ຢູ່ນະຄອນ Oakland ແລະ ຖະແຫຼງວ່າ: ເຂົາເຈົ້າຕອບສະໜອງຂະບວນການຢຶດເອົາ ທ່າກ່ຳປັນຂອງ ອາເມລິກາ. ບັນດາຜູ້ທີ່ຈັດຕັ້ງຂະບວນການນີ້ໃຫ້ຮູ້ວ່າ: ເຂົາເຈົ້າຈະຢຶດເອົາ ແລະ ປິດປະຕູທ່າກຳ່ປັ່ນ Oakland, ເຊິ່ງແມ່ນໜຶ່ງໃນບັນດາທ່າກ່ຳປັ່ນທີ່ມີຂອບຂະໜາດໃຫຍ່ທີ່ສຸດຢູ່ລັດ California ແຫ່ງ ສະຫະລັດອາເມລິກາ. ຢູ່ນະຄອນຕ່າງໆຄື: Los Angeles, Portland, San Diego ແລະ Seattle ກໍໄດ້ດຳເນີນການແຫ່ຂະບວນປະທ້ວງເຊັນດຽວກັນ.