ຂະບວນການແຂ່ງຂັນ ຍ້ອງຍໍ ປີ 2012


ຂະບວນການແຂ່ງຂັນ ຍ້ອງຍໍ ປີ 2012  - ảnh 1
ວາລະປະຊຸມຄັ້ງທີ  45 ຂອງສະພາແຂ່ງຂັນຍ້ອງຍໍສູນກາງ
ພາບ:hanoimoi.com.vn

(vovworld) - ວັນ​ທີ 9/2 ຢູ່ ຮ່າ​ໂນ້ຍ, ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ເຕີນ​ຢູ໋ງ, ປະທານ​ສະພາ​ແຂ່ງຂັນ ຍ້ອງຍໍ​ສູນ​ກາງ ​ເປັນ​ເຈົ້າພາບ​ວາລະ​ປະຊຸມ​ຄັ້ງ​ທີ 45 ຂອງ​ສະພາ. ວາລະ​ປະ​ຊຸ​ມ ​ເພື່ອ​ແນ​ໃສ່​ຕີ​ລາຄາ​ໝາກຜົນ​ວຽກ​ງານ ປີ 2011 ​ແລະ ບັນດາ​ຫນ້າ​ທີ່​ຈຸດ​ສຸມ ປີ 2012. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູ໋ງ ຖື​ວ່າ ປີ 2011 ຂະ​ບວນການ​ແຂ່ງຂັນ​ຍາມ​ໃດ​ກໍ​ສຸມ​ໃສ່​ປະ​ຕິ​ບັດ​ບັນດາ​ຈຸດໝາຍ​ລວມຂອງ​ຊາດ ຢ່າງ​ມີ​ໄຊ. ຕາມ​ທ່ານ​ນາຍົກລັດຖະມົນຕີ​ແລ້ວ, ວຽກ​ງານ​ແຂ່ງຂັນ, ຍ້ອງຍໍ ປີ 2012 ຕ້ອງ​ຕິດ​ພັນ​ກັບ​ການ​ປະຕິບັດ​ບັນດາ​ຫນ້າ​ທີ່​ພັດທະນາ​ເສດຖະກິດ​ສັງຄົມ​ທີ່​ໄດ້​ວາງ​ອອກ​ຢ່າງ​ມີ​ໄຊ, ຍ້ອງ​ຍໍ​​ໃຫ້​ຖືກ​ຄົນ, ຖືກ​ວຽກ. ບົນ​ຈິດ​ໃຈ​ນີ້, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ສະ​ເຫ​ນີ​ໃຫ້​ບັນດາ​ສະມາຊິກ​ຂອງ​ສະພາ​​ແຂ່ງຂັນ ຍ້ອງຍໍ ຈົ່ງ​ເອົາ​ໃຈ​ໃສ່​​ເຖິງ​ວຽກ​ງານ​ຍູ້​ແຮງ​ຖະ​ແຫລ​ງຂ່າວ, ​ໂຄສະນາ​ກ່ຽວ​ກັບ​ບັນດາ​ຂະ​ບວນການ​ແຂ່ງຂັນ, ທະວີຄູນ​ແບບຢ່າງ​ດີ​ເດັ່ນ​ໃນ​ຂະ​ບວນການ​ອອກ​ແຮງ​ງານ, ການ​ຜະລິດ.

        “​ເພື່ອ​ໃຫ້​ການປະຕິບັດວຽກ​ງານ​ແຂ່ງຂັນ ຍ້ອງຍໍ​ເປັນ​ຢ່າງ​ດີກ​ວ່າ, ການ​ເຄື່ອ​ນ​ໄຫວ​ຂອງ​ສະພາ​ຈຶ່ງ​ແທດ​ຈິງ​ກວ່າ, ຄວນ​​ໃສ່​ໃຈ​ເຖິງ 5 ຫນ້າ​ທີ່ ​ແລະ ບັນດາ​ມາດ​ຕະການ​ຂອງ​ປີ 2012. ນັ້ນ​ແມ່ນ​ຍູ້​ແຮງ​ຂະ​ບວນການ​ແຂ່ງຂັນ​ຮັກ​ຊາດ​ນັບ​ແຕ່​ຊຸມ​ເດືອນ​ຕົ້ນ​ປີ, ສ້າງ​ແຜນ​ຮ່າງ​ປ່ຽນ​ແປງ​ໃຫມ່​ວຽກ​ງານ​ແຂ່ງຂັນ ຍ້ອງຍໍ​​ໃຫ້​ສົມບູນ​ແບບ, ​ແນະນຳ, ຊີ້​ນຳ​ບັນດາ​ກະຊວງ, ຂະ​ແຫນງການ ​ແລະ ທ້ອງ​ຖິ່ນ ສະຫລຸບ 8  ປີ ​ແຫ່ງ​ການ​ປະຕິບັດ​ກົດໝາຍ​ແຂ່ງຂັນ ຍ້ອງ​ຍໍ ບົນ​ພື້ນຖານ​ນັ້ນ ສະ​ເຫ​ນີປັບປຸງ​ກົດໝາຍ. ກ່ຽວ​ກັບ​ແຜນ​ຮ່າງ​ປ່ຽນ​ແປງ​ວຽກ​ງານ​ແຂ່ງຂັນ​ຍ້ອງຍໍ, ສ້າງ​ແຜນ​ຮ່າງ​ນີ້ ​ແມ່ນ​ມີ​ຄວາມ​ຈຳ​ເປັນ, ຄຽງ​ຂ້າງ​ຜົນ​ທີ່​ໄດ້​ຮັບ​ນັ້ນ, ຍັງ​ປະກົດ​ມີ​ຂໍ້​ຂາດ​ຕົກ​ບົກ​ຜ່ອງ​ຈາກ​ການຈັດ​ຕັ້ງ​ແຂ່ງຂັນ​ຕະຫລອດ​ຮອດ​ການ​ຍ້ອງຍໍ.”

ແລະ​ກໍ​ຢູ່​ວາລະ​ປະຊຸມ, ທ່ານ​ນາຍົກລັດຖະມົນຕີ ພ້ອມ​ດ້ວຍ​ບັນດາ​ສະມາຊິກ​ໃນ​ສະພາ​ແຂ່ງຂັນ ຍ້ອງຍໍ, ບັນດາ​ຜູ້​ແທນ​ ໄດ້ຮັບ​ຟັງ​ບົດ​ລາຍ​ງານ, ປຶກສາ​ຫາລື​ກ່ຽວ​ກັບ​ບັນດາ​ເນື້ອ​ໃນ​ພື້ນຖານ​ຂອງ​ແຜນ​ຮ່າງ​ປ່ຽນ​ໃຫມ່​ວຽກ​ງານ​ແຂ່ງຂັນ, ຍ້ອງຍໍ.

ຕອບກັບ

ຂ່າວ/ບົດ​ອື່ນ