ຂະແໜງການຕ່າງປະເທດ ເປັນເຈົ້າການ, ຕັ້ງໜ້າ ເຊື່ອມໂຍງເຂົ້າກັບໂລກ
ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີ
ການຕ່າງປະເທດຫວຽດນາມ ຟ້າມບິງມິງ
(ພາບ: TTXVN)
(vovworld)- “ຂະແໜງການຕ່າງປະເທດເປັນເຈົ້າການ, ຕັ້ງໜ້າເຊື່ອມໂຍງເຂົ້າກັບໂລກ“ ແມ່ນຫົວເລື່ອງຂອງກອງປະຊຸມການທູດຄັ້ງທີ 28 ແລະ ກອງປະຊຸມການພົວພັນກັບຕ່າງປະເທດທົ່ວປະເທດຄັ້ງທີ 17 ຊື່ງຈະດຳເນີນແຕ່ວັນທີ 15-20/12 ຢູ່ຮ່າໂນ້ຍ.
ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິງມິງ ໃຫ້ຮູ້ວ່າ: ການເຄື່ອນໄຫວທີ່ກອງປະຊຸມການທູດຄັ້ງທີ 28 ບໍ່ພຽງແຕ່ຫວນຄືນການຜັນຂະຫຍາຍແນວທາງການຕ່າງປະເທດ ແລະ ເຊື່ອມໂຍງເຂົ້າກັບໂລກ, ກຳນົດບັນດາທິດທາງ ແລະ ມາດຕະການຊຸກຍູ້ການເຊື່ອມໂຍງເຂົ້າກັບໂລກຢ່າງຮອບດ້ານເທົ່ານັ້ນ, ຫາກຍັງຕິດພັນກັບວິໄສທັດໄລຍະຍາວນານ ແລະ ສັງລວມຮອດປີ 2020 ເພື່ອແນໃສ່ປະກອບສ່ວນເພີ່ມທະວີກຳລັງແຮງຂອງປະເທດຊາດໃນທຸກດ້ານໃນຊຸມປີສຸດທ້າຍ ສ້າງຍຸດທະສາດການພັດທະນາເສດຖະກິດ-ສັງຄົມໄລຍະ 2011-2020 ສຳເລັດອີກດ້ວຍ. ກອງປະຊຸມກໍ່ແມ່ນໂອກາດເພື່ອໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຕ່າງໆພ້ອມກັນຍູ້ແຮງການສົມທົບໃນວຽກງານການຕ່າງປະເທດຢ່າງມີປະສິດທິຜົນ ແລະ ຄົບຊຸດກ່ວາອີກ ເພື່ອແນໃສ່ສ້າງກຳລັງແຮງສັງລວມ, ຕອບສະໜອງຄວາມຮຽກຮ້ອງຕ້ອງການໃນການເຊື່ອມໂຍງ.
ທີ່ກອງປະຊຸມການພົວພັນກັບຕ່າງປະເທດທົ່ວປະເທດຄັ້ງທີ 17, ບັນດາຜູ້ແທນຈະວາງອອກບັນດາທິດທາງທີ່ມີວິໄສທັດຍາວນານ, ວາງອອກໂຄງການດຳເນີນງານຜັນຂະຫຍາຍມະຕິກ່ຽວກັບການເຊື່ອມໂຍງເຂົ້າກັບໂລກ./.