ຄວາມປະທັບໃຈຂອງຫວຽດນາມຢູ່ງານມະໂຫລານວັດທະນະທຳພື້ນເມືອງຂອງຊົນເຜົ່າຢູ່ສ.ເຊັກໂກ
(ຄວາມປະທັບໃຈຂອງຫວຽດນາມຢູ່ງານມະໂຫລານ
ວັດທະນະທຳພື້ນເມືອງຂອງຊົນເຜົ່າຢູ່ສ.ເຊັກໂກ)
(vovworld) - ງານມະໂຫລານວັດທະນະທຳພື້ນເມືອງຂອງຊົນເຜົ່າຢູ່ສ.ເຊັກໂກ ຖືກດຳເນີນໃນວັນທີ 14/05, ຢູ່ນະຄອນ Lovosice, ສ.ເຊັກໂກ, ດ້ວຍການເຂົ້າຮ່ວມຂອງປະຊາຄົມບັນດາເຜົ່າສ່ວນໜ້ອຍທີ່ມາຈາກ 6 ປະເທດ, ໃນນັ້ນມີຫວຽດນາມ. ນີ້ແມ່ນຄັ້ງທີ 3 ຫວຽດນາມ ເຂົ້າຮ່ວມລາຍການເຊື່ອມໂຍງວັດທະນະທຳຂອງບັນດາເຜົ່າສ່ວນໜ້ອຍຢູ່ເຂດ Usti nad Labem, ແຕ່ນີ້ແມ່ນຄັ້ງທຳອິດທີ່ວັດທະນະທຳຫວຽດນາມ ໄດ້ຮັບການໂຄສະນາເຖິງຊາວທ້ອງຖິ່ນ ແລະ ບັນດາເຜົ່າຊ່ວນໜ້ອຍຢູ່ນະຄອນ Lovosice, ສ.ເຊັກໂກ. ເອື້ອຍ ດິງຖູຈາງ, ສະມາຊິກຂອງສະໂມຊອນສິລະປະນະຄອນ Teplice ໃຫ້ຮູ້ວ່າ.
“ມື້ນີ້, ພວກຂ້າພະເຈົ້າໄດ້ນຳສຽງເພງຂອງຕົນຕາງໜ້າໃຫ້ຫວຽດນາມ ເພື່ອພົບປະແລກປ່ຽນກັບບັນດາເຜົ່າຊ່ວຍໜ້ອຍຢູ່ນະຄອນ Lovosice. ດ້ວຍບັນດາການສະແດງຮ້ອງລຳທຳເພງ, ວາດຟ້ອນຂອງທັງພໍ່ແມ່ ແລະ ລູກຫຼານລຸ່ນທີ 2, ທີ 3 ຢູ່ສ.ເຊັກໂກ. ຂ້າພະເຈົ້າເຊື່ອໝັ້ນວ່າ, ໃນລາຍການນີ້, ດ້ວຍບັນດາບົດເພງ, ວາດຟ້ອນແຫ່ງບ້ານເກີດເມືອງນອນຂອງຕົນ, ຈະສ້າງຄວາມປະທັບໃຈໃຫ້ແກ່ຜູ້ຊົມຊາວສ.ເຊັກໂກ”