(vovworld) - ພາຍໃຕ້ການເປັນປະທານຂອງທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳ ປາກິດສະຖານ ຫງວຽນຊວນລິວ, ປະທານຄະນະກຳມະການອາຊຽນ ປະຈຳ Islammabad (AIC) ອາຍຸການ 2016. ວັນທີ 26/11, AIC ໄດ້ຈັດກອງປະຊຸມເປັນຄັ້ງທຳອິດ ເພື່ອແລກປ່ຽນ, ເປັນເອກະພາບ ແລະ ຮັບຮອງເອົາແຜນການເຄື່ອນໄຫວ. ທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ຫງວຽນຊວນລິວ ເນັ້ນໜັກວ່າ, ໃນໄລຍະຈະມາເຖິງ, AIC ຕ້ອງເພີ່ມທະວີບັນດາການເຄື່ອນໄຫວພົບປະແລກປ່ຽນກັບບັນດາອົງການ, ກະຊວງ, ຂະແໜງການ, ວົງການນັກຮຽນຮູ້ວົງການນັກຂ່າວຂອງປະເທດເຈົ້າພາບ, ພິເສດແມ່ນການນຳ ກະຊວງການຕ່າງປະເທດ, ຜ່ານນັ້ນສ້າງຊ່ອງເຊື່ອມຕໍ່ລະຫວ່າງ AIC ກັບປະເທດເຈົ້າພາບຝໃຫ້ມີປະສິດທິຜົນກວ່າ. ດ້ວຍຈິດໃຈ “ປະຊາຄົມໜຶ່ງ, ຊາຕາກຳດຽວ” ແລະ ຫຼັກການຄວາມເຫັນດີເຫັນພ້ອມຂອງອາຊຽນ, ບັນດາເອກອັກຄະລັດຖະທູດ, ຫົວໜ້າຜູ້ຕາງໜ້າອາຊຽນ ປະຈຳ Islammabad ເຫັນດີກຳນົດທິດ ແລະ ການເຄື່ອນໄຫວລະອຽດບາງຢ່າງຂອງ AIC ໃນປີ 2016 ໂດຍຫວຽດນາມ ເປັນປະທານ.