ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດ ປີມະໂຣງ 2012, ໝາຍເຖິງບຸນເຕັດຫວຽດນາມ ທ້ອງຖິ່ນຕ່າງໆໃນທົ່ວປະເທດຫວຽດນາມໄດ້ ແລະ ພວມຈັດຕັ້ງບັນດາຄະນະລົງຢ້ຽມ ຢາມ ແລະ ມອບຂອງຂວັນໃຫ້ແກ່ປະຊາຊົນຊົນເຜົ່າສ່ວນໜ້ອຍ ແລະຜູ້ທຸກຍາກ. ນັບແຕ່ຊຸມວັນຕົ້ນເດືອນມັງກອນ, ຄະນະປະຕິບັດງານຂອງຄະນະກຳມະການແນວໂຮມປະເທດຊາດຫວຽດນາມນະຄອນໂຮ່ຈິມິນ ໄດ້ຈັດຕັ້ງຄະນະລົງຢ້ຽມຢາມ ແລະມອບຂອງຂວັນບຸນເຕັດ 200 ພູດໃຫ້ແກ່ປະຊາຊົນຊົນເຜົ່າເກີຕູຢູ່ເມືອງຮ່ວາວາງ ນະຄອນດ່ານັງ.
ຢູ່ແຂວງຮ່າຢາງ, ຄະນະກຳມະການປະຊາຊົນແຂວງໄດ້ມອບຂອງຂວັນບຸນເຕັດໃຫ້ 20.000 ຄົນໃນເປົ້າໝາຍນະໂຍບາຍ ພ້ອມທັງຂົນຂວາຍຜູ້ມີໃຈບູນໃຈກຸສົນມອບຂອງຂວັນໃຫ້ປະຊາຊົນຄົນຊົນເຜົ່າສ່ວນໜ້ອຍທີ່ປະສົບກັບຄວາມຫຍຸ້ງຍາກ. ທາງແຂວງໄດ້ຈັດຕັ້ງບັນດາຄະນະລົງຢ້ຽມຢາມ ແລະມອບຂອງຂັວນບຸນເຕັດໃຫ້ບັນດາເປົ້າໝາຍດ້ວຍເງິນຈຳນວນກ່ວາ 7 ຕື້ດົ່ງ. ທ່ານຟ້າມງອກຢູ໋ງ, ຮອງຫົວໜ້າພະແນກແຮງງານ ທະຫານເສຍອົງຄະ ແລະສັງຄົມແຂວງຮ່າຢາງໃຫ້ຮູ້ວ່າ:
“ທາງແຂວງບໍ່ປະໃຫ້ຄອບຄົວໃດຖືກອຶດຫີວໃນໂອກາດບຸນປີໃໝ່ປະຈຳຊາດ. ທີ 2 ແມ່ນພະຍາຍາມສຸດຂິດ ເພື່ອໃຫ້ທຸກໆຄອບຄົວໄດ້ຕ້ອນຮັບບຸນເຕັດດ້ວຍຄວາມເບີກບານມ່ວນຊື່ນ. ນອກຈາກງົບປະມານຂອງແຂວງແລ້ວ ຍັງມີຫລາຍອົງການຈັດຕັ້ງສັງຄົມ ເພື່ອການກຸສົນກໍໄປຍັງແຂວງຮ່າຢາງມອບຂອງຂວັນໃຫ້ແກ່ພໍ່ແມ່ ປະຊາຊົນຜູ້ທຸກຍາກອີກດ້ວຍ”
ພ້ອມກັບຂອງຂວັນກ່ວາ 13.000 ພູດຂອງປະທານປະເທດ ທີ່ມອບໃຫ້ບັນດາຄອບຄົວນະໂຍບາຍ, ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດຂອງແຂວງຢາລາຍແລ້ວ, ໃນຊຸມມື້ຜ່ານມາ, ອຳນາດການປົກຄອງຂັ້ນຕ່າງໆຢູ່ແຂວງຢາລາຍກໍໄດ້ຈັດການລົງຢ້ຽມຢາມ, ມອບຂອງຂວັນໃຫ້ຜູ້ທຸກຍາກ, ຜູ້ຢູ່ໂດດຽວ, ຜູ້ມີອາຍຸຍື່ນ 100 ປີ, ເດັກກຳພ້າ 1000 ຄົນດ້ວຍເງິນຈຳນວນກ່ວາ 5 ຕື້ດົ່ງ. ດ້ວຍຄວາມຕັດສິນໃຈ, ຮັບປະກັນໃຫ້ປະຊາຊົນໄດ້ຕ້ອນຮັບບຸນເຕັດຢ່າງເບີກບານມ່ວນຊື່ນ ແລະປອດໄພ, ທ່ານ ຮ່າເຊີນຍິນ, ເລຂາຄະນະພັກແຂວງຢາລາຍໃຫ້ຮູ້ວ່າ:
“ອົງຄະນະພັກແຂວງໄດ້ຊີ້ນຳ ຕ້ອງເຮັດແນວໃດ ເພື່ອຮັບປະກັນໃຫ້ປະຊາຊົນໄດ້ຕ້ອນຮັບບຸນເຕັດຢ່າງອົບອຸ່ນ ແລະ ພຽງພໍ. ໃນໂອກາດບຸນເຕັດ ບໍ່ປະໃຫ້ປະຊາຊົນຜູ້ໃດຖືກອຶດຫີວ, ຊ່ວຍໃຫ້ທຸກຄົນໄດ້ຕ້ອນຮັບບຸນປີໃໝ່ປະຈຳຊາດຫວຽດນາມ. ທີ 2 ແມ່ນຕ້ອງຮັບປະກັນຄວາມສະຫງົບປອດໄພ, ຄວາມມີສະຖຽນລະພາບດ້ານການເມືອງ ເພື່ອໃຫ້ປະຊາຊົນຕ້ອນຮັບບຸນເຕັດຢ່າງມ່ວນຊື່ນ, ປອດໄພ ແລະ ປະຢັດ.”
ຢູ່ແຂວງຟູອຽນ, ຄະນະກຳມະການແນວໂຮມປະເທດຊາດຫວຽດນາມແຂວງໄດ້ກະກຽມຂອງຂວັນ 3500 ພູດ, ແຕ່ລະພູດມີມູນຄ່າ 300.000 ດົ່ງ ເພື່ອມອບໃຫ້ບັນດາຄອບຄົວທຸກຍາກກະກຽມຕ້ອນຮັບບຸນເຕັດ ປີມະໂຣງ. ເນື່ອງໃນໂອກາດນີ້, ຄະນະກຳມະການແນວໂຮມປະເທດຊາດຫວຽດນາມແຂວງຟູອຽນກໍມອບຂອງວັນ 110 ພູດ ໃຫ້ແກ່ບັນດາຜູ້ປະສົບເຄາະຮ້າຍຈາກທິດພິດສີສົ້ມດີໂອຊິນ.