ທ່ານປະທານປະເທດຫວຽດນາມ Truong Tan Sang
ເປັນປະທານວາລະປະຊຸມ
ພາບ:giaothongvantai.com.vn
|
(vovworld)- ວັນທີ 9/4 ຢູ່ ຮ່າໂນ້ຍ, ຄະນະຊີ້ນຳການປະຕິຮູບຕຸລາການສູນກາງ ໄດ້ຈັດວາລະປະຊຸມຄັ້ງທີ 5. ທ່ານປະທານປະເທດຫວຽດນາມ Truong Tan Sang ຫົວຫນ້າຄະນະຊີ້ນຳການປະຕິຮູບສູນກາງເປັນປະທານວາລະປະຊຸມ. ທີ່ວາລະປະຊຸມ ບັນດາຜູ້ແທນໄດ້ຮັບຟັງບົດສະເຫນີຂອງອົງຄະນະພັກຕຳຫລວດສູນກາງ, ຄະນະພັກສູນກາງແຫ່ງກອງທັບກ່ຽວກັບແຜນຮ່າງປ່ຽນໃຫມ່ການຈັດຕັ້ງ, ການເຄື່ອນໄຫວຂອງອົງການສືບສວນ, ບັນດາອົງການຕຸລາການໃນກອງທັບ, ບົດລາຍງານຂອງກະຊວງຍຸຕິທຳກ່ຽວກັບການຄົ້ນຄ້ວາຊ່ວຍລັດຖະບານເປັນເອກະພາບໃນການຄຸ້ມຄອງວຽກງານປະຕິບັດຄຳຕັດສິນຂອງສານ. ກ່າວຄຳເຫັນສະຫລຸບວາລະປະຊຸມ, ທ່ານປະທານປະເທດ Truong Tan Sang ໄດ້ເນັ້ນຫນັກເຖິງຄວາມສຳຄັນຂອງແຜນຮ່າງ ແລະ ບົດລາຍງານທີ່ໄດ້ຮັບການປຶກສາຫາລືທີ່ວາລະປະຊຸມຄັ້ງນີ້. ທ່ານປະທານປະເທດ ສະຫນີວ່າ: ໃນໄລຍະແຕ່ນີ້ຮອດປີ 2015 ຕ້ອງເອົາໃຈໃສ່ເຖິງການບູລະນະ ກົງຈັກ ແລະ ຍົກສູງຄຸນນະພາບຖັນແຖວພະນັກງານສືບສວນ, ປັບປຸງ, ເພີ່ມເຕີມພື້ນຖານໂຄງລ່າງ. ກ່ຽວກັບແຜນຮ່າງປ່ຽນໃຫມ່ການຈັດຕັ້ງ, ການເຄື່ອນໄຫວຂອງອົງການຕຸລາການໃນກອງທັບ, ທ່ານປະທານປະເທດໃສ່ໃຈວ່າ: ຕ້ອງພິຈາລະນາຄືນໂຄງປະກອບ, ລັກສະນະແຫນ້ນແຟ້ນ ແລະ ຊີ້ແຈງຂອບເຂດສິດອຳນາດໃນການພິພາກສາຂອງສານການທະຫານ ແລະ ປະຕິບັດຄຳຕັດສິນຂອງສານກ່ຽວກັບຄະດີແພ່ງ.