ຄະນະປະຈຳສະພາແຫ່ງຊາດຕິດຕາມກວດກາ, ປ້ອງກັນຕ້ານການທຳຮ້າຍເດັກ
(VOVWORLD) -ວັນທີ 27 ເມສາ, ຄະນະປະຈຳສະພາແຫ່ງຊາດຫວຽດນາມ ໄດ້ປະກອບຄຳເຫັນກ່ຽວກັບບົດລາຍງານຕິດຕາມຫົວເລື່ອງສະເພາະ
ກອງປະຊຸມຄັ້ງທີ 44
(ພາບ: quochoi.vn)
|
ໂດຍສືບຕໍ່ດຳເນີນກອງປະຊຸມຄັ້ງທີ 44, ວັນທີ 27 ເມສາ, ຄະນະປະຈຳສະພາແຫ່ງຊາດຫວຽດນາມ ໄດ້ປະກອບຄຳເຫັນກ່ຽວກັບບົດລາຍງານຕິດຕາມຫົວເລື່ອງສະເພາະ “ກ່ຽວກັບການປະຕິບັດນະໂຍບາຍ, ກົດໝາຍວ່າດ້ວຍການປ້ອງກັນ, ຕ້ານການທຳຮ້າຍເດັກ”; ປະກອບຄຳເຫັນໃສ່ຮ່າງດຳລັດຂອງລັດຖະບານສະບັບປັບປຸງ, ເພີ່ມເຕີມບາງມາດຕາຂອງດຳລັດເລກທີ 63 ຂອງລັດຖະບານ ກຳນົດບາງກົນໄກ, ນະໂຍບາຍການເງິນ - ງົບປະມານສະເພາະສຳລັບນະຄອນຫຼວງຮ່າໂນ້ຍ.