ຄະນະປະຈຳສະພາແຫ່ງຊາດປຶກສາຫາລືແຜນຮ່າງສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່

ຄະນະປະຈຳສະພາແຫ່ງຊາດປຶກສາຫາລືແຜນຮ່າງສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່ - ảnh 1
ພາບປະກອບ (google.com.vn)

​​(vovworld) - ຕອນ​ເຊົ້າວັນ​ທີ 19/4, ​ໃນ​ຂອບ​ເຂດ​ວາລະ​ປະຊຸມ​ທີ 7, ເປັນ​ຄັ້ງ​ທຳ​ອິດ​ທີ່ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດຊຸດ​ທີ 13 ​ປຶກສາ​ຫາລືແຜນ​ຮ່າງ​ສັງ​ລວມກ່ຽວ​ກັບ​ການສ້າງໂຄງ​ປະກອບ​ພື້ນຖານ​ເສດຖະກິດ​ຄືນ​ໃໝ່. ​ແຜນ​ຮ່າງ​ໄດ້​ລວບ​ລວມ​ເອົາ​ບັນດາ​ຈຸດ​ດີ, ຈຸດ​ອ່ອນ​ຂອງ​ພື້ນຖານ​ເສດຖະກິດ​ຫວຽດນາມ​ ຢ່າງ​ຄົບ​ຖ້ວນ ​ແລະ ​ວາງ​ອອກ​ບັນດາ​ມາດ​ຕະການ​ສ້າງ​ໂຄງ​ປະກອບ​ພື້ນຖານ​ເສດຖະກິດ​ຄືນ​ໃໝ່. ຕາມ​ນັ້ນ​ແລ້ວ, ບັນດາ​ຂະ​ແໜງ​ເສດຖະກິດ​ນຳ​ໃຊ້​ເຕັກ​ໂນ​ໂລ​ຢີ​ໂດຍ​ພື້ນຖານ​ທີ່ບໍ່​ມີ​ການ​ປ່ຽນ​ແປງ​ປານ​ໃດຈະ​ໄດ້​ຮັບ​ການ​ສ້າງ​ໂຄງ​ປະກອບ​ຄືນ​ໃໝ່​ຢ່າງຮຽບຮ້ອຍ, ໝັ້ນຄົງ, ສ່ວນ​ບັນດາ​ຂະ​ແໜງ​ນຳ​ໃຊ້ເຕັກ​ໂນ​ໂລ​ຢີທີ່​ມີ​ການ​ປ່ຽນ​ແປງ​ຢ່າງ​ວ່ອງ​ໄວ​ຈະ​ໄດ້​ຮັບ​ການ​​ສ້າງ​ໂຄງ​ປະກອບ​ຄືນ​ໃໝ່​ຢ່າງ​ວ່ອງ​ໄວ, ບຸກທະລຸ. ​ແຜນ​ຮ່າງ​ກໍ່​ຊີ້​ອອກ 7 ໝວດ​ຂະ​ແໜງ​ທີ່​ໄດ້​ຮັບ​ບຸລິ​ມາ​ສິດ​ພັດທະນາ​ໃນ​ໄລຍະ​ກາງ ​ແລະ​ໄລຍະ​ຍາວ.

ຂ່າວ/ບົດ​ອື່ນ