ຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມເວທີປາໄສແມ່ຍິງອາຊີ - ເອີລົບ ຄັ້ງທີ 2 ຢູ່ Saint – Petersburg
(VOVWORLD) - ຄະນະຜູ້ແທນ ຫວຽດນາມ ໂດຍທ່ານນາງ ຫງວຽນທິງອັກທິ້ງ ນຳໜ້າຈະເຂົ້າຮ່ວມບັນດາວາລະປະຊຸມຄົບຄະນະ ແລະ ການເຄື່ອນໄຫວຕ່າງໆຢູ່ນອກເວທີປາໄສ
ວັນທີ 19 ກັນຍາ, ທ່ານ V.I.Matvienko, ປະທານສະພາສູງ ລັດເຊຍ ໄດ້ເຂົ້າຮ່ວມພິທີໄຂງານວາງສະແດງດ້ວຍຫົວຂໍ້ວ່າ “ຜະລິດຢູ່ລັດເຊຍ - ສິນຄ້າສົ່ງອອກດ້ວຍສີມືຂອງແມ່ຍິງ”, ໄດ້ເປີດສາກໃຫ້ແກ່ບັນດາການເຄື່ອນໄຫວໃນວັນໄຂເວທີປາໄສແມ່ຍິງ ອາຊີ - ເອີລົບ ຄັ້ງທີ 2.
ເວທີປາໄສນີ້ໄດ້ຮັບການຈັດຕັ້ງຢູ່ກຸງເກົ່າ Saint – Peterburg ຂອງປະເທດ ລັດເຊຍ ແຕ່ວັນທີ 19 -22 ກັນຍາ, ດ້ວຍການເຂົ້າຮ່ວມຂອງຜູ້ແທນປະມານ 2.000 ຄົນທີ່ມາຈາກກ່ວາ 100 ປະເທດໃນໂລກ. ຄະນະຜູ້ແທນ ຫວຽດນາມ ໂດຍທ່ານນາງ ຫງວຽນທິງອັກທິ້ງ ນຳໜ້າຈະເຂົ້າຮ່ວມບັນດາວາລະປະຊຸມຄົບຄະນະ ແລະ ການເຄື່ອນໄຫວຕ່າງໆຢູ່ນອກເວທີປາໄສ.
ຄາດວ່າ, ຄະນະຜູ້ແທນ ຫວຽດນາມ ຈະເຂົ້າຮ່ວມ 3 ວາລະປຶກສາຫາລືທີ່ເວທີປາໄສຄັ້ງນີ້, ໃນນັ້ນເປັນໜ້າສົນໃຈທີ່ສຸດແມ່ນທ່ານນາງຮອງປະທານປະເທດ ດັ້ງທິງອັກທິ້ງ ຈະມີບົດກ່າວປາໄສທີ່ວາລະປະຊຸມຄົບຄະນະ ດ້ວຍຫົວຂໍ້ວ່າ “ແມ່ຍິງເພື່ອການພັດທະນາຄວາມໝັ້ນຄົງຂອງທົ່ວໂລກ”.