ຄະນະຜູ້ແທນພັກກອມມູນິດ ຫວຽດນາມຢ້ຽມຢາມ ແລະ ເຮັດວຽກ ຢູ່ອາເມລິກາ

ຄະນະຜູ້ແທນພັກກອມມູນິດ ຫວຽດນາມຢ້ຽມຢາມ ແລະ ເຮັດວຽກ ຢູ່ອາເມລິກາ - ảnh 1

ທ່ານ​ຮ່ວາງ​ບິງ​ກວນ, ຫົວໜ້າ​ຄະນະ​ພົວພັນ

​ກັບ​ຕ່າງປະ​ເທດ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ

(ພາບ:vietnam.vn)

(vovworld) - ​ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ, ຄະນະ​ຜູ້​ແທນ​ພັກ​ກອມ​ມູນິດ​ຫວຽດນາມ ​ໂດຍ​ທ່ານ​ຮ່ວາງ​ບິງ​ກວນ, ຫົວໜ້າ​ຄະນະ​ພົວພັນ​ກັບ​ຕ່າງປະ​ເທດ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ​ນຳ​ໜ້າ ​ໄດ້​ໄປຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ອາ​ເມ​ລິ​ກາ ​ແຕ່​ວັນ​ທີ 9-19/12. ​ໃນ​ໄລ​ຍະ​ຢູ່ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ອາ​ເມ​ລິ​ກາ, ຄະນະ​ໄດ້​ມີ​ການ​ເຈລະຈາ​ກັບ​ທ່ານ​ຮອ​ງລັດຖະມົນຕີກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ, ພົບ​ປະກັບທ່ານ​ຜູ້​ຊ່ວຍ​ວຽກ​ພິ​ເສດ​ຂອງ​ປະທານາທິບໍດີ​ອາ​ເມ​ລິ​ກາ, ສະມາຊິກ​ສະພາ​ຕ່ຳ ​ແລະ ສະ​ມາ​ສູງອາ​ເມ​ລິ​ກາ ​ຈຳນວນ​ໜຶ່ງ… ທີ່​ບັນດາ​ການ​ເຮັດ​ວຽກ, ທ່ານ​ຮ່ວາງ​ບິງ​ກວນ, ຫົວໜ້າ​ຄະນະ​ພົວພັນ​ກັບ​ຕ່າງປະ​ເທດ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ​ ​ແລະ ບັນດາ​ຄູ່​ຮ່ວມມື​ອາ​ເມ​ລິ​ກາ ​ໄດ້​ປືກສາ​ຫາລື​ບັນດາ​ທິດ​ທາງ ​ແລະ ມາດ​ຕະການ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ພົວພັນ​ລະຫວ່າງ​ຫວຽດນາມ-​ອາ​ເມ​ລິ​ກາ​ໃນ​ໄລຍະ​ຈະ​ມາ​ເຖິງ​ໃຫ້​ແທດ​ຈິງ ​ແລະ ມີ​ປະສິດຜົນ​ກ່ວາ​ອີກ​. ທ່ານ​ຮ່ວາງ​ບິງ​ກວນ ຢືນຢັນ​ວ່າ ຫວຽດນາມ​ ຈະ​ສືບ​ຕໍ່​ພັດທະນາ​ການ​ພົວພັນ​ໃນ​ຫຼາຍ​ດ້ານ​ກັບ​ອາ​ເມ​ລິ​ກາ ​ເພື່​ອຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ​ສອງ​ປະ​ເທ​ດ, ​ເພື່ອ​ສັນຕິ​ພາບ, ສະຖຽນ​ລະ​ພາບ​ໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ.

 

ຂ່າວ/ບົດ​ອື່ນ