ທ່ານ ເວືອງດິງເຫ້ວ, ກຳມະການສູນກາງພັກຫົວໜ້າຄະນະເສດຖະກິດສູນກາງ
ແລະ ທ່ານກຳມະການລັດຖະມົນຕີຈີນ ຫວາງຫວ໋ໍ
(ພາບ: vtc.vn)
(vovworld) - ຄະນະຜູ້ແທນພະນັກງານພັກກອມມູນິດຫວຽດນາມ ໂດຍທ່ານ ເວືອງດິງເຫ້ວ, ກຳມະການສູນກາງພັກ, ຫົວໜ້າຄະນະເສດຖະກິດສູນກາງນຳໜ້າ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ຈີນແຕ່ວັນທີ 30/06 – 06/07. ວັນທີ 02/07, ຢູ່ນະຄອນຫຼວງປັກກິງ, ທ່ານກຳມະການລັດຖະມົນຕີ ຫວາງຫວ໋ໍ, ໄດ້ຕາງໜ້າສູນກາງພັກກອມມູນິດຈີນ ຕ້ອນຮັບຄະນະ. ທີ່ການຕ້ອນຮັບ, ທ່ານ ຫວາງຫວ໋ໍ ໄດ້ຕີລາຄາສູງບັນດາຜົນງານໃນການພັດທະນາເສດຖະກິດ - ສັງຄົມ ກໍ່ຄືໃນວຽກງານກໍ່ສ້າງພັກຂອງຫວຽດນາມ; ຢືນຢັນວ່າ ພັກ, ລັດ ແລະ ປະຊາຊົນຈີນ ຖືການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບຫວຽດນາມ ເປັນສຳຄັນ ແລະ ໝັ້ນໝາຍຈະພ້ອມກັບພັກ, ລັດ ແລະ ປະຊາຊົນຫວຽດນາມ ຮ່ວມມື, ຮ່ວມແຮງຮ່ວມໃຈປັບປຸງ ແລະ ພັດທະນາການພົວພັນນັ້ນ.