ຄະນະຜູ້ແທນຫວຽດນາມເຂົ້າຮ່ວມເວທີປາໄສ “ອາຊຽນ 47 ປີ: ພ້ອມກັນເຕີບໃຫຍ່” ຢູ່ມາເລເຊຍ
ເວທີປາໄສ “ອາຊຽນ 47 ປີ: ພ້ອມກັນເຕີບໃຫຍ່”
(ພາບ: vietnamplus.vn)
(vovworld) – ເວທີປາໄສ “ອາຊຽນ 47 ປີ: ພ້ອມກັນເຕີບໃຫຍ່” ດຳເນີນໄປໃນວັນທີ 08/08, ຢູ່ Kuala Lumpur ເນື່ອງໃນໂອກາດສະເຫຼີມສະຫຼອງ 47 ປີແຫ່ງວັນສ້າງຕັ້ງອາຊຽນ. ເວທີປາໄສໄດ້ດຶງດູດການເຂົ້າຮ່ວມຂອງຜູ້ແທນກວ່າ 100 ທ່ານທີ່ມາຈາກກວ່າ 20 ປະເທດໃນໂລກ. ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳມາເລເຊຍ ຫງວຽນຮົ່ງທາວ ເຂົ້າຮ່ວມກອງປະຊຸມ ແລະ ເນັ້ນໜັກວ່າ ໃນກວ່າ 4 ທົດສະວັດຜ່ານມາ, ອາຊຽນ ໄດ້ເຕີບໃຫຍ່ ແລະ ກາຍເປັນໜຶ່ງໃນບັນດາອົງການຈັດຕັ້ງພາກພື້ນທີ່ໄດ້ຮັບຜົນສຳເລັດໃຫຍ່ກວ່າໝູ່ຢູ່ໃນໂລກ. ທ່ານເອກອັກຄະລັດຖະທູດ ຫງວຽນຮົ່ງທາວ ສະແດງຄວາມເຊື່ອໝັ້ນວ່າ ໂດຍແມ່ນໜຶ່ງໃນບັນດາປະເທດສະມາຊິກກໍ່ຕັ້ງອາຊຽນ, ມາເລເຊຍ ເປັນປະທານອາຊຽນ ໃນປີ 2015 ຈະມີຄວາມສາມາດຢ່າງພຽງພໍເພື່ອນຳອາຊຽນ ບັນລຸຜົນສຳເລັດ ກໍ່ຄືກຳນົດທິດຢ່າງຖືກຕ້້ອງໃຫ້ບັນດາບາດກ້າວພັດທະນາຕໍ່ໄປຂອງກຸ່ມພາຍຫຼັງປີ 2015.