(vovworld) – ຄະນະຜູ້ແທນພະນັກງານຂະແໜງຕ່າງໆ ໂດຍພົນໂທ ຫງວຽນຈີວິ້ງ, ລັດຖະມົນຕີຊ່ວຍວ່າການກະຊວງປ້ອງກັນປະເທດຫວຽດນາມ, ຫົວໜ້າຄະນະຊີ້ນຳກະຊວງປ້ອງກັນປະເທດ ກ່ຽວກັບການເຄື່ອນໄຫວຮັກສາສັນຕິພາບຂອງສະຫະປະຊາຊາດ (ສປຊ), ນຳໜ້າ, ໄດ້ໄປຢ້ຽມຢາມອົງການຮັກສາສັນຕິພາບ ແລະ ອົງການທີ່ກ່ຽວຂ້ອງຈຳນວນໜຶ່ງຂອງ ສປຊ ຢູ່ນີວຢອກ, ອາເມລິກາ, ໃນລະຫວ່າງວັນທີ 26-29/6, ເພື່ອກະກຽມໃຫ້ເລື່ອງຫວຽດນາມ ເຂົ້າຮ່ວມກຳລັງຮັກສາສັນຕິພາບຂອງ ສປຊ. ກ່າວຄວາມເຫັນທີ່ການຕ້ອນຮັບ, ທ່ານ Edmon Mulet, ຜູ້ຊ່ວຍວຽກເລຂາທິການໃຫຍ່ ສປຊ ຮັບຜິດຊອບວຽກງານຮັກສາສັນຕິພາບຊົມເຊີຍເລື່ອງຫວຽດນາມ ພ້ອມກັນແບ່ງປັນຄວາມຮັບຜິດຊອບກັບປະຊາຄົມໂລກ, ກຽມພ້ອມເຂົ້າຮ່ວມກຳລັງຮັກສາສັນຕິພາບຂອງ ສປຊ. ສ່ວນພົນໂທ ຫງວຽນຈີວິ້ງ ກໍ່ຢືນຢັນວ່າ, ຫວຽດນາມຈະເຮັດວຽກງານກະກຽມບັນດາເງື່ອນໄຂຢ່າງຄົບຖ້ວມ, ນັບທັງບັນດາລະບຽບການດ້ານກົດໝາຍ, ເພື່ອຈັດສົ່ງພົນທະຫານເຂົ້າຮ່ວມບັນດາກົມກອງເສນາລັກ, ທະຫານຊ່າງແສງ ແລະ ນາຍທະຫານເປັນເສນາທິການ ທີ່ຂຶ້ນກັບກຳລັງຮັກສາສັນຕິພາບເປັນຢ່າງດີ.