(vovworld) - ຄະນະລັດຖະບານ ຮຸງກາຣີ ໂດຍທ່ານລັດຖະມົນຕີກະຊວງພັດທະນາແຫ່ງຊາດ ຮຸງກາຣີ ນຳຫນ້າ ພວມຢ້ຽມຢາມ ແລະ ເຮັດວຽກ ຢູ່ ຫວຽດນາມ ແຕ່ວັນທີ 7 -10/1. ຄະນະໄດ້ມີການເຮັດວຽກກັບການນຳກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ, ກະຊວງວິທະຍາສາດເຕັກໂນໂລຊີ ຫວຽດນາມ, ກຸ່ມບໍລິສັດໄຟຟ້າ ຫວຽດນາມ, ສະຖາບັນພະລັງງານປະລະມານູ ຫວຽດນາມ, ມະຫາວິທະຍາໄລ ດາຫນັງ. ສອງຝ່າຍໄດ້ປຶກສາຫາລືກ່ຽວກັບບັນດາທິດທາງການຮ່ວມມື, ແລກປ່ຽນບົດຮຽນໃນຂົງເຂດບຳລຸງສ້າງເວົ້າລວມ ແລະ ບຳລຸງສ້າງບຸກຄະລາກອນກ່ຽວກັບພະລັງງານປະລະມານູ ເວົ້າສະເພາະ. ທ່ານ Kovacs Pal ລັດຖະມົນຕີກະຊວງພັດທະນາແຫ່ງຊາດ ຮຸງກາຣີ ໃຫ້ຮູ້ວ່າ:
“ພວກຂ້າພະເຈົ້າຕີລາຄາສູງບັນດາການເຄື່ອນໄຫວຮ່ວມມືກ່ຽວກັບຂົງເຂດບຳລຸງສ້າງລະຫວ່າງສອງຝ່າຍໃນໄລຍະຜ່ານມາ ແລະ ກຳນົດບັນດາຂົງເຂດຈະເພີ່ມທະວີການຜັນຂະຫຍາຍໃນໄລຍະຈະມາເຖິງ. ຮຸງກາຣີ ມີຄວາມສົນໃຈເຖິງການພັດທະນາຂອງ ຫວຽດນາມ, ພິເສດ ແມ່ນໂຄງການກ່ຽວກັບພະລັງງານນິວເຄຼຍຂອງ ຫວຽດນາມ. ”