ຄະນະເລຂາສູນກາງພັກຈັດການປະຊຸມແລກປ່ຽນວຽກງານກັບບັນດາແຂວງຢູ່ Tay Nguyen

ຄະນະເລຂາສູນກາງພັກຈັດການປະຊຸມແລກປ່ຽນວຽກງານກັບບັນດາແຂວງຢູ່  Tay Nguyen - ảnh 1
​ນາງ Nguyen Thi Kim Ngan, ​ ຮອງ​ປະທານ​ສະພາ​ແຫ່ງ​ຊາດກ່າວຄຳເຫັນ
ທີ່ກອງປະຊຸມ
ພາບ:baomoi.com


(vovworld) - ຕອນ​ເຊົ້າ​ວັນ​ທີ 4/11, ຢູ່ ນະຄອນ Pleiku ​ແຂວງ Gia Lai, ຄະນະ​ປະຕິບັດ​ງານ​ຂອງ​ຄະນະ​ເລຂາ​ສູນ​ກາງ​ພັກ ​ໂດຍ​ທ່ານ​ນາງ Nguyen Thi Kim Ngan, ​ເລ​ຂາ​ສູນ​ກາງ​ພັກ, ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ເປັນ​ຫົວຫນ້າ​ຄະນະ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ແລກປ່ຽນ​ວຽກ​ງານ​ກັບ​ຜູ້ຕາງຫນ້າ​ບັນດາ​ແຂວງ​ຢູ່​ເຂດ Tay Nguyen ກ່ຽວ​ກັບ​ການ​ປະຕິບັດ​ຄຳ​ສັ່ງ​ເລກທີ 03 ຂອງ​ກົມ​ການ​ເມືອງ ​ສືບ​ຕໍ່​ຍູ້​ແຮງການ​ຮຳ່ຮຽນ​ແລະ ປະຕິບັດ​ຕາມ​ແບບຢ່າງ​ຄຸນສົມບັດ​ປະທານ​ໂຮ່ຈິ​ມິນ. ​ເມື່ອ​ສະຫລຸບ​ກອງ​ປະຊຸມ, ທ່ານ​ນາງ Nguyen Thi Kim Ngan ​ໄດ້​ຕີ​ລາຄາ​ສູງ​ໝາກຜົນ​ໃນ​ເບື້ອງ​ຕົ້ນ​ແຫ່ງ​ການ​ປະຕິບັດ​ຄຳ​ສັ່ງ​​ເລກທີ 03 ຂອງ​ກົມ​ການ​ເມືອງ. ທ່ານ​ນາງ​ຍັງ​ໃສ່​ໃຈ​ວ່າ : ​ການຜັນ​ຂະຫຍາຍ​ຄຳ​ສັ່ງ​ເລກທີ 03 ດັ່ງກ່າວ​ຢູ່​ Tay Nguyen ຍັງ​ມີ​ຂໍ້​ຄົງ​ຄ້າງ, ຈຳກັດ, ສະ​ນັ້ນ ບັນດາ​ແຂວງ​ຢູ່​ເຂດ Tay Nguyen ຄວນ​ຮີບ​ເຮັ່ງ​ປັບປຸງ, ​ເພື່ອ​ຜັນ​ຂະຫຍາຍ​ການ​ປະຕິບັດ​ຄຳ​ສັ່ງ​ເລກທີ 03 ຂອງ​ກົມ​ການ​ເມືອງ​ບັນລຸ​ໝາກຜົນ​ສູງ​ກວ່າ.

        “ບັນດາ​ຂໍ້​ຈຳກັດ​ດັ່ງກ່າວ​ຄວນໄດ້​ຮັບ​ການ​ຮັບ​ຮູ້ ​ແລະ ຕີ​ລາຄາ​ຢູ່​ແຕ່ລະ​ຂະ​ແຫນງ, ທ້ອງ​ຖິ່ນ ດ້ວຍ​ລະດັບ​ແຕກ​ຕ່າງ​ກັນ ​ເພື່ອ​ໃຫ້​ພວກ​ເຮົາ​ມີ​ມາດ​ຕະການ​ປະຕິບັດ ​ແລະ ​ແກ້​ໄຂ​ຢ່າງ​ມີ​ປະສິດທິ​ຜົນ​ກວ່າ.”

ຂ່າວ/ບົດ​ອື່ນ