(vovworld) - ຕອນເຊົ້າວັນທີ 27/2 ຢູ່ ຮ່າໂນ້ຍ, ຄະນະເສດຖະກິດສູນກາງ ພ້ອມກັບຜູ້ຕາງໜ້າກະຊວງ, ຂະແໜງການຈຳນວນໜຶ່ງ ມີການເຮັດວຽກກັບກຸ່ມບໍລິສັດນ້ຳມັນອາຍແກັດແຫ່ງຊາດ ຫວຽດນາມ ກ່ຽວກັບການປະຕິບັດຂໍ້ສະຫຼຸບເລກທີ 41 ຂອງກົມການເມືອງ ຊຸດທີ 9 ກ່ຽວກັບ “ຍຸດທະສາດພັດທະນາຂະແໜງນ້ຳມັນອາຍແກັດ ຫວຽດນາມ ຮອດປີ 2015, ກຳນົດທິດຮອດປີ 2025”. ກ່າວຄຳເຫັນທີ່ການເຮັດວຽກ, ທ່ານ ເວືອງດິງເຫ້ວ, ຫົວໜ້າຄະນະເສດຖະກິດສູນກາງ ສະເໜີໃຫ້ການນຳກຸ່ມບໍລິສັດພ້ອມກັບຜູ້ຕາງໜ້າບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງຊີ້ແຈງບັນດາຄວາມສະດວກ, ຄວາມຫຍຸ້ງຍາກ, ບັນດາຂໍ້ຈຳກັດ, ຈຸດອ່ອນ ແລະ ຊີ້ແຈ້ງສາຍເຫດ ເພື່ອສືບຕໍ່ສ້າງຍຸດທະສາດພັດທະນາ, ວາງອອກບັນດາມາດຕະການຕົ້ນຕໍ່ຂອງຂະແໜງ ເພື່ອຈັດຕັ້ງປະຕິບັດໃນໄລຍະຈະມາເຖິງ. ທ່ານ ເວືອງດິງເຫ້ວ ເນັ້ນໜັກວ່າ:
“ສືບຕໍ່ຮັບຮູ້ທີ່ຕັ້ງ ແລະ ບົດບາດຂອງຂະແໜງນ້ຳມັນອາຍແກັດ ເວົ້າລວມໃນພື້ນຖານເສດຖະກິດຂອງ ຫວຽດນາມ, ກຸ່ມບໍລິສັດນ້ຳມັນອາຍແກັດ ຄວນກຳນົດຈະແຈ້ງບັນດາຈຸດໝາຍກຳນົດທິດ ແລະ ມາດຕະການພື້ນຖານ. ສະເໜີແນະ ບັນດາກົນໄກນະໂຍບາຍ ເພື່ອແກ້ໄຂຄວາມຫຍຸ້ງຍາກ. ສຸມໃສ່ບັນດາເງື່ອນໄຂໃຫ້ແກ່ກຸ່ມບໍລິສັດພັດທະນາ ຮັບໃຊ້ໃຫ້ພື້ນຖານເສດຖະກິດຂອງປະເທດຊາດ. ພ້ອມທັງຊ່ວຍໃຫ້ກົມການເມືອງ ມີຂໍ້ສະຫຼຸຸບ ແລະ ມະຕິຕອບສະໜອງຄວາມຮຽກຮ້ອງຕ້ອງການການພັດທະນາ ຂອງຂະແໜງນ້ຳມັນອາຍແກັດມໃນໄລຍະຈະມາເຖິງ”