ຄ້າຍພັກແລ້ງ Obninxk 2016, ສະຖານທີ່ເຊື່ອມຕໍ່ຄວາມຮັກແພງ

ຄ້າຍພັກແລ້ງ Obninxk 2016, ສະຖານທີ່ເຊື່ອມຕໍ່ຄວາມຮັກແພງ - ảnh 1
(ຄ້າຍພັກແລ້ງ Obninxk 2016,
ສະຖານທີ່ເຊື່ອມຕໍ່ຄວາມຮັກແພງ)

(vovworld) - ​ ​ໃນ​ລະ​ຫວ່າງວັນ​ທີ 07 – 09/05, ຢູ່​ແຂວງ Kuluga, ສະ​ຫະ​ພັນ​ລັດ​ເຊຍ ໄດ້​ຈັດ “ຄ້າຍ​ພັກ​ແລ້ງ Obninxk 2016” ທີ່​ສະ​ຫງວນ​ໃຫ້​ບັນ​ດາ​ນັກ​ສຶກ​ສາ​ຫວຽດ​ນາມ, ທີ່ພວມ​ຮ່ຳ​ຮຽນ, ຄົ້ນ​ຄວ້າ​ຢູ່​ບັນ​ດາ​ມະ​ຫາ​ວິ​ທະ​ຍາ​ໄລ​ສະ​ຫະ​ພັນ​ລັ​ດ​ເຊຍ, ດ້ວຍ​ຂອບ​ຂະ​ໜາດ​ໃຫຍ່ກວ່າ​ໝູ່​ນັບ​ແຕ່ກ່ອນ​ມາຮອດ​ປະ​ຈຸ​ບັ​ນ. ໃນ​ຕະ​ຫຼອດ​ໄລ​ຍະ​ຈັດຄ້າຍ​ພັກ​ແລ້ງ, ມີ​ນັກ​ສຶກ​ສາ​ຫວຽດ​ນາມ ເກືອບ 500 ຄົນທີ່​ມາ​ຈາກ 43 ມະ​ຫາ​ວິ​ທະ​ຍາ​ໄລ​ສັງ​ກັດ 10 ນະ​ຄອນ​ແຕກ​ຕ່າງ​ກັ​ນ​ຂອງ​ສະ​ຫະ​ພັນ​ລັດ​ເຊ​ຍ ໄດ້​ພົບ​ປະ​ແລກ​ປ່ຽນ​ນຳ​ກັນ, ເຂົ້າ​ຮ່ວມ​ບັນ​ດາ​ການ​ເຄື່ອນ​ໄຫວ​ສິ​ລະ​ປະ​​ຢ່າງ​ຟົດ​ຟື້ນ ແລະ ​ເຕັມ​ໄປ​ດ້ວຍ​ສີ​ສັນ​ຂອງ​ນັກ​ສຶກ​ສາ.  ນັກ​ສຶກ​ສາ​ຫຼາຍ​ຄົນ​ຢືນ​ຢັນ​ວ່າ, ຄ​້າຍ​ພັກ​ແລ້ງ ແມ່ນ​ການ​ເຄື່ອນ​ໄຫວ​ທີ່​ມີ​ຜົ​ນ​ປະ​ໂຫຍດ ໄດ້​ຊ່ວຍ​ໃຫ້​ນັກ​​ສຶກສາມ​ີ​ກຳ​ລັງ​ໜູນ ເພື່ອ​ຮ່ຳ​ຮຽນ ແລະ ຝຶກ​ຝົນ​ຫຼໍ່​ຫຼອມ, ​​ກຳ​ແນ້ນຄວາ​ມ​ຮູ້​ອັນ​ລ​້ຳ​ຄ່າ​ຕື່ມ​ອີກ​ເພື່ອ ​ກັບ​ເມືອ​ປະ​ເທດ ໄດ້ປະ​ກອບ​ສ່ວນ​ເຂ​ົ້າ​ໃນ​ການ​ສ້າງ​ສາ​ປະ​ເທດ​ຊາດ.

ຂ່າວ/ບົດ​ອື່ນ