ຄຳສັ່ງຫ້າມຫາປາຂອງຈີນ ຢູ່ທະເລຕາເວັນອອກບໍ່ມີຜົນສັກສິດ

ຄຳສັ່ງຫ້າມຫາປາຂອງຈີນ ຢູ່ທະເລຕາເວັນອອກບໍ່ມີຜົນສັກສິດ - ảnh 1
( ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຫວຽ​ດນາມ Luong Thanh Nghi )

( vovworld ) –   ວັນ​ທີ 16/5, ​ເມື່ອຕອບ​ສຳພາດ​ຕໍ່ນັກ​ຂ່າວກ່ຽວ​ກັບ​ປະຕິກິລິຍາ​ຂອງ​ຫວຽດນາມ ຕໍ່​ໜ້າ​​ເລື່ອງ​ກົມ​ການ​ປະມົງຂອງ​ຈີນ ປະກາດ​ການ​ປະຕິບັດ​ຄຳ​ສັ່ງ​ຫ້າ​ມຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ແຕ່​ວັນ​ທີ 16/5 – 1/8, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຫວຽ​ດນາມ Luong Thanh Nghi ຊີ້​ແຈງວ່າ “ ຫຼັກ​ໝັ້ນ​ຂອງ​ຫວຽດນາມ ກ່ຽວ​ກັບ​ບັນ​ຫາ​ດັ່ງ​ກ່າວ​​ແມ່ນ​ໄດ້​ຮັບ​ການໄດ້​ຊີ້​​ແຈ້ງ​ໃນ​ບົດ​ກ່າວ​ປະ​​ໄສ​ຂອງ​ໂຄສົກ​ກະຊວງ​ກາ​ຕ່າງ​ປະ​ເທດ​ຫວຽດນາມ ​ເມື່ອ​ວັນ​ທີ 20/01/2012 ​ແລ້ວ. ຫວຽດນາມ​ຄັດ​ຄ້ານຂໍ້​ຕົກລົງ​ພຽງ​ຝ່າຍ​ດຽວ​ຂອງ​ຈີນ ​ແລະ ຖືວ່າ​ຂໍ້​ຕົກລົງ​ນີ້​ບໍ່​ມີ​ຜົນ​ສັກສິດ ”.

ຂ່າວ/ບົດ​ອື່ນ