ງານຕະຫຼາດນັດHanoiGiftShow2014

ງານຕະຫຼາດນັດHanoiGiftShow2014 - ảnh 1
ການ​ປະ​ຊຸມ​ຂ່າວ​ຂອງ​ຄະ​ນະ​ຈັດ​ຕັ້ງ
(ພາບ: Ngoc Anh)

(vovworld) – ງານ​ຕະຫຼາດ​ນັດສິນ​ຄ້າ​ສິ​ລະ​ປະ​ຫັດ​ຖະ​ກຳ ຮ່າ​ໂນ້ຍ ປີ 2014 (Hanoi Gift Show 2014) ຖືກ​ຈັດ​ຕັ້ງ​ຂຶ້ນ​ໃນ​ລະ​ຫວ່າງວັນ​ທີ 27 – 30/10, ຢູ່​ສູນ​​ຕະຫຼາດ​ນັດວາງ​ສະ​ແດງ ຫວຽດ​ນາມ, ຢູ່ ຮ່າ​ໂນ້ຍ. Hanoi Gift Show 2014 ມີຮ້ານ​ວາງ​ສະ​ແດງ 550 ຮ້ານຂອງ​ວິ​ສາ​ຫະ​ກິດ ຮ່າ​ໂນ້ຍ ແລະ ຫຼາຍ​ແຂວງ, ນະ​ຄອນ​ຢູ່​ທົ່ວ​ປະ​ເທດເກືອບ 300 ແຫ່ງ. ບັນ​ດາ​ກຸ່ມ​ຜະ​ລິດ​ຕະ​ພັນ​ຕົ້ນ​ຕໍ​​ທີ່​ວາງ​ສະ​ແດງ​ຢູ່​ທີ່ນີ້​ລວມ​ມີ: ​ສິນ​ຄ້າ​ສິ​ລະ​ປະ​ຫັດ​ຖະ​ກຳ ແລະ ເຄື່ອງ​ປະ​ດັບ​ໃນ​ຄອບ​ຄົວ, ຜະ​ລິດ​ຕະ​ພັນ​ໄມ້, ຕ່ຳ​ແຜ່​ນ, ​ປັກ​ແສ່ວ, ເຄື່ອງ​ສຳ​ອາງ… ໃນ​ຂອບ​ເຂດ​ຂອງ Hanoi Gift Show 2014 ມີ​ງານ​ວາງ​ສະ​ແດງຕະຫຼາດ​ນັດ​ແນະ​ນຳ​ບັນ​ດາ​ຜະ​ລິດ​ຕະ​ພັນ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຈາກ​ຂະ​ບວນ​ການ “​ແຕ່​ລະໝູ່​ບ້ານ​ອາ​ຊີບ​​ມີ​ຜະ​ລິດ​ຕະ​ພັນ​ໜຶ່ງ” ຂອງ​ຮ່າ​ໂນ້ຍ, ບາງ​ແຂວງ, ນະ​ຄອນ​ໃນ​ທົ່ວ​ປະ​ເທດ ແລະ ບັນ​ດາ​ປະ​ເທດ ລາວ, Nepal, ອິນ​ໂດ​ເນ​ເຊຍ.


ຂ່າວ/ບົດ​ອື່ນ