ງານບຸນຊາ ດ້າຍຕື່
(ພາບ: nongnghiep.vn)
|
(vovworld) - ຕອນບ່າຍວັນທີ 25/1, ຢູ່ສະໜາມກິລາ ດ້າຍຕື່, ແຂວງ ທ໋າຍງວຽນ ໄດ້ດຳເນີນງານບຸນຊາ ດ້າຍຕື່. ນີ້ແມ່ນໜຶ່ງໃນບັນດາງານບຸນໃຫຍ່ຂອງແຂວງ ທ໋າຍງວຽນ, ໄດ້ຮັບການຈັດຕັ້ງປະຈຳປີ ເພື່ອແນໃສ່ໂຄສະນາເຜີຍແຜ່ຜະລິດຕະພັນຊາ ດ້າຍຕື່. ເຂົ້າຮ່ວມງານບຸນມີປະມານ 200 ຮ້ານວາງສະແດງ, ແນະນຳບັນດາຜະລິດຕະພັນຊາຂອງໝູ່ບ້ານອາຊີບຜະລິດຊາໃນເມືອງ. ຈຸດພົ້ນເດັ່ນຂອງງານບຸນແມ່ນຄ່ຳຄືນດື່ມນ້ຳຊາ, ການແຂ່ງຂັນ “ປຸງແຕ່ງຊາ”, ສະແດງຂັບແທນ, ເສບພິນຕີ໋ງ… ພິເສດ, ໃນງານບຸນ, ແຂກທ່ອງທ່ຽວຍັງໄດ້ຮູ້ຈັກເຖິງຮູບພາບຂອງໝູ່ບ້ານຊາເກົ່າ ດ້ວຍການວາດພາບຄືນບັນດາຂັ້ນຕອນຜະລິດຊາ… ຕາມວິທີທີ່ເປັນປະເພນີຂອງຜູ້ປູກຊາ.
ງານບຸນຊາ ດ້າຍຕື່ ປີນີ້ແກ່ຍາວຮອດວັນທີ 27/1.