ງານບຸນຍິງບັ້ງໄຟດອກສາກົນດ່ານັ້ງ 2018 ຈະດຳເນີນໃນຮອບເວລາ 2 ເດືອນ

(VOVWORLD) - ງານບຸນຍິງບັ້ງໄຟດອກສາກົນດ່ານັ້ງ 2018 ດ້ວຍຫົວຂໍ້ວ່າ “ເທບນິຍາຍຂົວຕ່າງໆ” ຈະດຳເນີນໃນລະຫວ່າງວັນທີ 30 ເມສາ ຫາວັນທີ 30 ມິຖຸນາ 2018.

ເຂົ້າຮ່ວມງານບຸນຍິງບັ້ງໄຟດອກສາກົນດ່ານັ້ງ 2018 ຈະມີ 8 ທິມ, ເຊິ່ງຕາງໜ້າໃຫ້ 8 ປະເທດທີ່ມາຈາກບັນດາທະວີບ.

        ມາດຖານຕີລາຄາການຍິງບັ້ງໄຟດອກຂອງບັນດາທິມເຂົ້າຮ່ວມງານບຸນ ແມ່ນອີ່ງໃສ່ແນວຄວາມຄິດ, ຄວາມເປັນຫຼາຍຮູບຫຼາຍສີ ແລະ ຫົວຂໍ້; ຄວາມອຸດົມສົມບູນ, ມີສີສັນຫຼາກຫຼາຍ… ສະຖານທີ່ຍິງບັ້ງໄຟດອກແມ່ນຢູ່ບໍລິເວນທ່າກ່ຳປັ່ນແມ່ນ້ຳຮ່ານ.

ຕອບກັບ

ຂ່າວ/ບົດ​ອື່ນ