ງານບຸນດອກສ້ຽວປ່າ 2019 ດ້ວຍການເຄື່ອນໄຫວທີ່ອຸດົມສົມບູນຫຼາຍຢ່າງ

(VOVWORLD) -ງານບຸນດອກສ້ຽວປ່າ ຈະໄຂຂຶ້ນໃນລະຫວ່າງວັນທີ 13 – 18 ມີນາ, ຢູ່ນະຄອນດ້ຽນບຽນຝູ, ແຂວງ ດ້ຽນບຽນ ດ້າຍການເຄື່ອນໄຫວທີ່ອຸດົມສົມບູນຫຼາຍຢ່າງ.

ງານບຸນດອກສ້ຽວປ່າ 2019 ດ້ວຍການເຄື່ອນໄຫວທີ່ອຸດົມສົມບູນຫຼາຍຢ່າງ - ảnh 1ງານບຸນດອກສ້ຽວປ່າ

(ພາບປະກອບ: baodienbienphu.info.vn)

ງານບຸນລວມມີ: ງານມະໂຫລານເພງພື້ນເມືອງ, ການຟ້ອນລຳທຳເພງ; ງານວາງສະແດງ, ໂຄສະນາຜະລິດຕະພັນວັດທະນະທຳ, ທ່ອງທ່ຽວ; ພິທີກຳໃນການດຳເນີນຊີວິດວັດທະນະທຳບັນດາເຜົ່າ; ຕະຫຼາດເຂດພູສູງ… ຄະນະຈັດຕັ້ງງານບຸນດອກສ້ຽວປ່າ 2019 ມີແຜນການປະຕິບັດບັນດາການເຄື່ອນໄຫວເພື່ອວາດພາບເຖິງຄວາມຊົງຈຳກ່ຽວກັບບັ້ນຮົບດ້ຽນບຽນຝູ ໃນເມື່ອກ່ອນຄື, ແຂ່ງຂັນລົດຖີບຂົນເຄື່ອງ, ຂົນສົ່ງລູກປືນ…

        ງານບຸນດອກສ້ຽວປ່າ ປີ 2019 ນອນໃນບັນດາເຫດການມຸ່ງໄປເຖິງພິທີສະເຫຼີມສະຫຼອງ 65 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ (07 ພຶດສະພາ 1954 – 07 ພຶດສະພາ 2019).

ຕອບກັບ

ຂ່າວ/ບົດ​ອື່ນ