ພາບປະກອບ
|
(vovworld) - ສະຖາບັນໂລຫິດສາດ ແລະ ສົ່ງເລືອດສູນກາງ ຫາກໍ່ຈັດຕັ້ງຂະບວນການບໍລິຈາກເລືອດຍາມລະດູບານໃໝ່. ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວບໍລິຈາກເລືອດຄັ້ງໃຫຍ່ສຸດໃນປີ. ສາດສະດາຈານ, ດຣ ຫງວຽນແອງຈີ໋, ຫົວໜ້າສະຖາບັນໂລຫິດສາດ ແລະ ສົ່ງເລືອດສູນກາງ ແບ່ງປັນວ່າ, ການບໍລິຈາກເລືອດກູ້ເອົາຊີວິດມະນຸດຍາມຕົ້ນລະດູບານໃໝ່ແມ່ນວຽກງານທີ່ມີຄວາມໝາຍ, ປະກອບສ່ວນລົບລ້າງແນວຄວາມຄິດທີ່ວ່າ ບໍລິຈາກເລືອດຍາມຕົ້ນປີແມ່ນບໍ່ໂຊກດີ.
ປະຈຸບັນ, ໃນສາງຂອງສະຖາບັນໂລຫິດສາດ ແລະ ສົ່ງເລືອດສູນກາງຍັງສະສົມເລືອດ 10.000ຖົງ, ດັ່ງນັ້ນຈະບໍ່ເກີດສະພາບຂາດເລືອດພາຍຫຼັງບຸນປີໃໝ່ປະຈຳຊາດຄືທຸກປີອີກ.