ງານພົບປະສັງສັນທີ່ເປັນມູນເຊື້ອກັບຊາວຫວຽດນາມ ອາໄສຢູ່ ລາວ ແລະ ໄທ
(ພາບ: hochiminhcity.gov.vn)
(vovworld) – ຕອນເຊົ້າວັນທີ 23/2, ຢູ່ນະຄອນ ໂຮ່ຈິມີນ, ສະຫະພັນບັນດາອົງການມິດຕະພາບ ແລະ ຄະນະຕິດຕໍ່ພົວພັນ ຊາວ ຫວຽດນາມ ອາໄສຢູ່ ລາວ - ໄທ ນະຄອນໂຮ່ຈີມິນ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 25 ປີແຫ່ງວັນສ້າງຕັ້ງ ແລະ ພົບປະສັງສັນທີ່ເປັນມູນເຊື້ອເພື່ອຊົມເຊີຍລະດູບານໃໝ່ ປີມະເສງ 2013. ເຂົ້າຮ່ວມງານພົບປະສັງສັນມີຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ 350 ຄົນ ແລະ ຜູ້ຕາງໜ້າສະຖານກົງສູນໃຫຍ່ ລາວ, ໄທ ຢູ່ນະຄອນ ໂຮ່ຈີມິນ. ຄະນະຕິດຕໍ່ພົວພັນກັບຊາວ ຫວຽດນາມ ອາໄສຢູ່ ລາວ - ໄທ ຂອງນະຄອນ ໂຮ່ຈີມິນ ຍາມໃດກໍ່ກຳນົດບົດບາດເປັນຂົວເຊື່ອມຕໍ່ກັບຊາວ ຫວຽດນາມ ອາໄສຢູ່ ລາວ ແລະ ໄທ ແລະ ພິເສດເອົາໃຈໃສ່ເຖິງ ວຽກງານພົວພັນຕ່າງປະເທດປະຊາຊົນເພື່ອແນໃສ່ເພີ່ມທະວີນ້ຳໃຈມີດຕະພາບລະຫວ່າງ ປະຊາຊົນ 3 ປະເທດ. ທ່ານຮ່ວາງງອກຮູ່ງ, ຫົວໜ້າຄະນະຕິດຕໍ່ພົວພັນຊາວ ຫວຽດນາມ ອາໄສຢູ່ ລາວ - ໄທ ນະຄອນໂຮ່ຈີມິນ ໃຫ້ຮູ້ວ່າ:
“ຍາມໃດພວກຂ້າພະເຈົ້າກໍ່ຖືວຽກງານພົວພັນຕ່າງປະເທດປະຊາຊົນເປັນສຳຄັນຍ້ອນວ່າພວກຂ້າພະເຈົ້າແມ່ນຊາວ ຫວຽດນາມ ອາໄສຢູ່ ລາວ, ໄທ, ດັ່ງນັ້ນພວກເຮົາຮູ້ຈັກວັດທະນະທຳຂອງ 2 ປະເທດນີ້. ຍ້ອນເຫດນັ້ນ, ພວກຂ້າພະເຈົ້າຈະກາຍເປັນຂົວເຊື່ອມຕໍ່ໃຫ້ແກ່ນ້ຳໃຈມິດຕະພາບລະຫວ່າງ 3 ປະເທດ. ພວກຂ້າພະເຈົ້າກໍ່ປະຕິບັດຄຳສັ່ງເລກທີ 04 ຂອງສູນກາງນັ້ນແມ່ນປ່ຽນໃໝ່ວຽກງານພົວພັນຕ່າງປະເທດປະຊາຊົນໃນໄລຍະໃໝ່.”