ງານພົບປະສ້າງສັນໃນ ໂອກາດວັນບຸນ Christmas 2011

  ຕອນ​ບ່າຍ​ວັນ​ທີ 19/12, ຢູ່​ຮ່າ​ໂນ້ຍ, ຄະນະ​ກຳມະການ​ສາມັກຄີ​ຄິຼດທະ​​ສາສະໜາຫວຽດນາມ ​ໄດ້​ຈັດ​ງານ​ພົບ​ປະ​ສ້າງສັນ​ ​ເນື່ອງ​ໃນ​ໂອກາດ​ວັນ​ບຸນ Christmas 2011. ຄຸນ​ພໍ່​ບູ່​ຍກົງ​ແຢງ, ປະທານຄະນະ​ກຳມະການ​ສາມັກຄີ​ຄິຼດທະ​​ສາສະໜາຫວຽດນາມ ​ໃຫ້​ຮູ້​ວ່າ, ປີ 2011, ຊາວ​ຄຼິດຫວຽດນາມ​ຍັງ​ສືບ​ຕໍ່​ຮ່ວມ​ເດີນທາງ​ພ້ອມ​ກັບ​ຊາດ​ໃນ​ທຸກໆ​ຂົງ​ເຂດ​ຂອງ​ຊີວິດ​ດ້ານ​ເສດ​ຖະກິດ, ວັດທະນະທຳ, ສັງຄົມ, ປະຕິບັດ​ການ​ຂົນຂວາຍ​ທົ່ວ​ປວງ​ຊົນ​ສາມັກຄີ​ກັນ ​ສ້າງ​ຊີວິດ​ວັດທະນະທຳ​ຢູ່​ເຂດ​ຊຸມ​ຊົນ ​ໃຫ້​ເປັນ​ຢ່າງ​ດີ. ​ນະ​ທີ່​ນີ້, ຜູ້ຕາງໜ້າ​ຄະນະ​ຂົ​ນຂວາ​ຍປະຊາຊົນ​ສູນ​ກາງ ​ແລະ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ໄດ້​ຍອ້ງຍໍ​ສັນລະ​ເສີນ​ບັນດາ​ການ  ​ເຄື​ອ່ນ​ໄຫວ​ແຂ່ງຂັນ​ຮັກ​ຊາດ​ຂອງ​ຊາວ​ຄຼິດ​ໃນ​ໄລຍະ​ຜ່ານ​ມາ ​ແລະ​ອວຍພອນ​ໃຫ້​ຊາວ​ຄຼິດຈົ່ງ​ຕ້ອນຮັບ​ວັນ​ບຸນ Christmas ດ້ວຍ​ຄວາມ​ສະຫງົບ​ສຸກ.

ຂ່າວ/ບົດ​ອື່ນ