ງານພົບປະແລກປ່ຽນວັດທະນະທຳມິດຕະພາບຫວຽນາມ - ຝລັ່ງ

ງານພົບປະແລກປ່ຽນວັດທະນະທຳມິດຕະພາບຫວຽນາມ - ຝລັ່ງ - ảnh 1
(ພາບປະກອບ)
(vovworld) - ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາຍພົວພັນ​ທາງ​ການ​ທູດ​ລະຫວ່າງ​ຫວຽດນາມ - ສ.ຝລັ່ງ ​ແລະ ວັນ​ສາກົນໃຊ້​ພາສາ​ຝລັ່ງ, ຕອນ​ບ່າຍ​ວັນ​ທີ 31/03, ຢູ່​ມະຫາວິທະຍາ​ໄລ​ພາສາ​ຕ່າງປະ​ເທດ ດ່າ​ນັ້ງ​ ໄດ້​ດຳ​ເນີນງານ “ພົບ​ປະ​ແລກປ່ຽນ​ວັດທະນະທຳ​ມິດຕະພາບ​ລະຫວ່າງ​ຫວຽດນາມ - ຝລັ່ງ”. ງານ​ພົບ​ປະ​ແລກປ່ຽນ​ໂດຍ​ສະມາຄົມ​ມິດຕະພາບ​ຫວຽດນາມ - ຝລັ່ງ ນະຄອນ ​ແລະ ສູນ​ພາສາ​ຝລັ່ງ ຂອງ​ສະຖານທູດ​ສ.ຝລັ່ງປະຈຳ ດ່າ​ນັ້ງ ຈັດ​ຕັ້ງ. ທີ່​ງານ​ພົບ​ປະ​ແລກປ່ຽນ, ບັນດາ​ຜູ້​ແທນ​ໄດ້​ຮັບ​ຟັງ​ການ​​​​ແນະນຳກ່ຽວ​ກັບຮູບ​ພາບ​ປະ​ເທດ​, ປະຊາຊົນ ​ແລະ ວັດທະນະທຳ​ຝລັ່ງ ພ້ອມ​ກັບ​ບັນດາ​ບົດ​ເພງ​ຍ້ອງຍໍ​ປະ​ເທດ​ຟລັ່ງ ທີ່​ສວຍ​ງາມ. ຄຽງ​ຂ້າງ​ນັ້ນ, ​ແມ່ນ​ບັນດາ​ການ​ເສັງປາຖະກະຖາດ້ວຍ​ພາສາ​ຝລັ່ງ, ​ເສ​ັງ​ແຕ້ມ​ຮູບ, ອາຫານ​ການ​ກິນ​ດ້ວຍ​ບັນດາ​ເຍື່ອງ​ອາຫານ​ທີ່​ເປັນ​ມູນ​ເຊື້ອ​ຂອງປະ​ເທດ​ ຝລ່ັງ ​ແລະ ຫວຽດນາມ.
ຂ່າວ/ບົດ​ອື່ນ