(vovworld) - ຕອນຄໍ່າວັນທີ 07/01, ຢູ່ນະຄອນ ຕຸຍຮ່ວາ ໄດ້ຈັດງານພົບປະແລກປ່ຽນວັດທະນະທຳມິດຕະພາບລະຫວ່າງໄວໜຸ່ມແຂວງຟຸ໋ອຽນ (ຫວຽດນາມ) ແລະ ຊາວໜຸ່ມແຂວງສະຫວັນນະເຂດ (ລາວ). ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວເຊິ່ງດຳເນີນໄປໃນລະຫວ່າງວັນທີ 05 – 09/01 ລະຫວ່າງຄະນະຊາວໜຸ່ມກອມມູນິດໂຮ່ຈິມິນ ແລະ ແຂວງແຮກສ່ຽວ ສະຫວັນນະເຂດ. ດ້ວຍຫົວຂໍ້ວ່າ “ຫວຽດນາມ - ລາວ ສາມັກຄີ, ມິດຕະພາບພ້ອມກັນພັດທະນາ”, ງານພົບປະມີບັນດາການເຄື່ອນໄຫວຄື; ແລກປ່ຽນວັດທະນະທຳ, ສິລະປະ, ຊອກຮູ້ປະຫວັດສາດຂອງແຕ່ລະປະເທດ; ໂຄສະນາກ່ຽວກັບສາຍພົວພັນຮ່ວມມືແບບພິເສດລະຫວ່າງ 2 ພັກ, 2 ລັດ ແລະ ປະຊາຊົນ 2 ປະເທດ. ຄໍ່າຄືນພົບປະແລກປ່ຽນວັດທະນະທຳມິດຕະພາບຄັ້ງນີ້ ແມ່ນການເຄື່ອນໄຫວປະຕິບັດເນື້ອໃນຂໍ້ຕົກລົງເຊິ່ງໄດ້ຮັບການຕົກລົງລະຫວ່າງສູນກາງຊາວໜຸ່ມກອມມູນິດໂຮ່ຈິມິນ ແລະ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ.