ງານພົບປະແລກປ່ຽນວັດທະນະທຳຫວຽດນາມ-ຍີ່ປຸ່ນ ຜ່ານລາຍການ “ຊຸດເສື້ອຍາວແລະດອກໄມ້ຜ້າທີ່ເປັນມູນເຊື້ອຍີ່ປຸ່ນ Tsumami”

(VOVWORLD) -ໃນງານບຸນຊຸດເສື້ອຍາວນະຄອນໂຮ່ຈິມິນ ຄັ້ງທີ 6 ປີ 2019, ບັນດານັກສິລະປິນຍີ່ປຸ່ນ ສືບຕໍ່ເຂົ້າຮ່ວມແນະນຳເຖິງມະຫາຊົນສິລະປະດອກໄມ້ຜ້າ Tsumami ຍີ່ປຸ່ນ.
ງານພົບປະແລກປ່ຽນວັດທະນະທຳຫວຽດນາມ-ຍີ່ປຸ່ນ ຜ່ານລາຍການ “ຊຸດເສື້ອຍາວແລະດອກໄມ້ຜ້າທີ່ເປັນມູນເຊື້ອຍີ່ປຸ່ນ Tsumami” - ảnh 1(ດອກໄມ້ຜ້າທີ່ເປັນມູນເຊື້ອ Tsumami (ດອກໄມ້ເຮັດດ້ວຍຜ້າ)

ໃນຂອບເຂດບັນດາການເຄື່ອນໄຫວຂອງງານບຸນຊຸດເສື້ອຍາວນະຄອນໂຮ່ຈິມິນ ຄັ້ງທີ 6 ປີ 2019, ວັນທີ 10 ມີນາ, ພະແນກທ່ອງທ່ຽວນະຄອນໂຮ່ຈິມິນ, ໄດ້ສົມທົບກັບຫໍພິພິທະພັນເສື້ອຍາວ ແລະ ສະມາຄົມມິດຕະພາບຫວຽດນາມ - ຍີ່ປຸ່ນ ນະຄອນໂຮ່ຈິມິນ ຈັດງານພົບປະແລກປ່ຽນວັດທະນະທຳຫວຽດນາມ - ຍີ່ປຸ່ນ ດ້ວຍຫົວຂໍ້ວ່າ “ຊຸດເສື້ອຍາວແລະດອກໄມ້ຜ້າທີ່ເປັນມູນເຊື້ອຍີ່ປຸ່ນ Tsumami”.

        ທີ່ງານບຸນຊຸດເສື້ອຍາວນະຄອນໂຮ່ຈິມິນ ຄັ້ງທີ 5 ປີ 2018, ນັກສິລະປະການ Takahashi (ຍີ່ປຸ່ນ) ໄດ້ແນະນຳກ່ຽວກັບສີລະປະດອກໄມ້ຜ້າທີ່ເປັນມູນເຊື້ອ Tsumami (ດອກໄມ້ເຮັດດ້ວຍຜ້າ). ກໍ່ໃນໂອກາດນັ້ນ, ນັກອອກແບບ - ນັກແຕ້ມ ຊີ໊ຮ່ວາງ ໄດ້ເອົາຄວາມງາມຂອງດອກໄມ້ຜ່າTsumami ປະສົບກັບຄວາມງາມຂອງຊຸດເສື້ອຍາວຫວຽດນາມ. ຜ່ານນັ້ນໄດ້ສ້າງເປັນບັນດາຜະລິດຕະພັນວັດທະນະທຳ - ສິລະປະໃໝ່, ເຂັ້ມຂົ້ນໄປດ້ວຍສີສັນຂອງແຕ່ລະປະເທດ, ທັງສະແດງໃຫ້ເຫັນນ້ຳໃຈມິດຕະພາບ, ຄວາມສາມັກຄີລະຫວ່າງປະຊາຊົນ 2 ປະເທດ. ໂດຍເສີມຂະຫຍາຍໝາກຜົນອັນດີງາມນັ້ນ, ໃນງານບຸນຊຸດເສື້ອຍາວນະຄອນໂຮ່ຈິມິນ ຄັ້ງທີ 6 ປີ 2019, ບັນດານັກສິລະປິນຍີ່ປຸ່ນ ສືບຕໍ່ເຂົ້າຮ່ວມແນະນຳເຖິງມະຫາຊົນສິລະປະດອກໄມ້ຜ້າ Tsumami ຍີ່ປຸ່ນ.

ຕອບກັບ

ຂ່າວ/ບົດ​ອື່ນ