ພິທີໄຂວັນບຸນທ່ອງທ່ຽວປີ 2013
(ພາບ: ອິນເນີແນດ)
(vovworld) – ໃນຂອບເຂດວັນບຸນທ່ອງທ່ຽວປີ 2013, ຕອນຄຳ່ວັນທີ 6/4, ຢູ່ນະຄອນໂຮ່ຈີມິນ ໄດ້ດຳເນີນ “ງານມະໂຫລານເຊີດຊູເຄື່ອງໝາຍທ່ອງທ່ຽວຫວຽດນາມ“ ໂດຍພະແນກວັດທະນະທຳ ກິລາ ແລະ ທ່ອງທ່ຽວນະຄອນຈັດຕັ້ງຂຶ້ນ. ລາງວັນເຄື່ອງໝາຍທ່ອງທ່ຽວນະຄອນໂຮ່ຈີມິນ ປີ 2012 ໄດ້ມອບໃຫ້ວິສາຫະກິດດຳເນີນທຸລະກິດທ່ອງທ່ຽວສາກົນ ແລະ ຕ່າງປະເທດເກືອບ 100 ແຫ່ງ. ນີ້ແມ່ນການເຄື່ອນໄຫວເພື່ອແນໃສ່ຢັ້ງຢືນກັບຜູ້ຊົມໃຊ້ກ່ຽວກັບຄຸນນະພາບ, ການບໍລິການ ແລະ ຜະລິດຕະພັນການທ່ອງທ່ຽວທີ່ບັນລຸມາດຕະຖານ. ທ່ານ ຫຼາກວົກແຄ໋ງ, ຮອງຫົວໜ້າພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວນະຄອນໂຮ່ຈີມິນ ໃຫ້ຮູ້ວ່າ:
“ຈຸດທີ່ພົ້ນເດັ່ນຂອງວັນບຸນທ່ອງທ່ຽວຄັ້ງນີ້ ແມ່ນງານບຸນເຊີດຊູເຄື່ອງໝາຍທ່ອງທ່ຽວ. ນີ້ແມ່ນບັນດາເຄື່ອງໝາຍທ່ອງທ່ຽວອັນດັບໜຶ່ງຂອງນະຄອນໂຮ່ຈີມິນ, ຜ່ານການເລືອກເຟັ້ນ ແລະ ເຊີດຊູເຄື່ອງໝາຍທ່ອງທ່ຽວ ເພື່ອກະກຽມໃຫ້ແກ່ການເຊື່ອມໂຍງ ແລະ ພັດທະນາ, ສົ່ງເສີມການພັດທະນາຜະລິດຕະພັນຕາມທິດທັງໃໝ່ອ່ຽມ, ທັງມີລາຄາເໝາະສົມ ແລະ ຮັບປະກັນຄຸນນະພາບ, ຖືຄຸນນະພາບການທ່ອງທ່ຽວພາຍໃນ ເພື່ອເປັນພື້ນຖານ ແນໃສ່ຊຸກຍູ້ ແລະ ພັດທະນາການທ່ອງທ່ຽວສາກົນ“